ການນຳພັກ, ລັດ ເຂົ້າຂ່ຳນັບປະທານໂຮ່ຈີມິນ

(VOVWORLD) - ຄະນະຜູ້ແທນໄດ້ສະແດງຄວາມເຄົາລົບນັບຖື, ອາໄລຫາຄຸນງາມຄວາມດີທີ່ໃຫຍ່ຫຼວງຂອງປະທານ ໂຮ່ຈີມິນ - ຜູ້ກໍ່ຕັ້ງ, ຊີ້ນຳ, ຝຶກຝົນຫຼໍ່ຫຼອມພັກກອມມູນິດ ຫວຽດນາມ
ການນຳພັກ, ລັດ ເຂົ້າຂ່ຳນັບປະທານໂຮ່ຈີມິນ - ảnh 1ການນຳ, ອະດີດການນຳວາງພວງມາລາ, ເຂົ້າຂ່ຳນັບປະທານ ໂຮ່ຈີມິນ ສຸສານປະທານ ໂຮ່ຈີມິນ
(ພາບ: VGP)

        ເນື່ອງໃນໂອກາດສະເຫຼີມສະຫຼອງ 94 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (03 ກຸມພາ 1930 – 03 ກຸມພາ 2024), ຕອນເຊົ້າວັນທີ 02 ກຸມພາ, ຢູ່ ຮ່າໂນ້ຍ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໄປວາງພວງມາລາ, ເຂົ້າຂ່ຳນັບປະທານ ໂຮ່ຈີມິນ ສຸສານປະທານ ໂຮ່ຈີມິນ.

        ເຂົ້າຮ່ວມພິທີມີທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ; ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ; ທ່ານນາງຜູ້ປະຈຳການຄະນະເລຂາທິການ, ຫົວໜ້າຄະນະຈັດຕັ້ງສູນກາງ ເຈືອງທິມາຍ. ທ່ານອະດີດເລຂາທິການໃຫຍ່ ນົງດຶກແມ້ງ; ທ່ານອະດີດປະທານປະເທດ ຫງວຽນຊວັນຟຸກ; ບັນດາທ່ານອະດີດປະທານສະພາແຫ່ງຊາດ: ຫງວຽນວັນອານ, ຫງວຽນຊິງຮຸ່ງ; ພ້ອມກັບບັນດາການນຳ, ອະດີດການນຳພັກ, ລັດ, ການນຳບັນດາຄະນະ, ກະຊວງ, ຂະແໜງການ, ໝູ່ຄະນະສູນກາງທີ່ເຂົ້າຮ່ວມພີທີ.

        ຢູ່ທີ່ນີ້, ຄະນະຜູ້ແທນໄດ້ສະແດງຄວາມເຄົາລົບນັບຖື, ອາໄລຫາຄຸນງາມຄວາມດີທີ່ໃຫຍ່ຫຼວງຂອງປະທານ ໂຮ່ຈີມິນ - ຜູ້ກໍ່ຕັ້ງ, ຊີ້ນຳ, ຝຶກຝົນຫຼໍ່ຫຼອມພັກກອມມູນິດ ຫວຽດນາມ, ຖັນແຖວນຳໜ້າຂອງຊົນຊັ້ນກຳມະກອນ, ປະຊາຊົນຜູ້ອອກແຮງງານ ແລະ ຂອງຊາດ ຫວຽດນາມ.

        ຕໍ່ຈາກນັ້ນ, ບັນດາການນຳພັກ, ລັດ ກໍ່ໄດ້ໄປວາງພວງມາລາອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ອະນຸສາວະລີບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ, ຖະໜົນ ບັກເຊີນ, ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ