ການ​ນຳ​ພັ​ກ, ລັດ ເຂົ້າ​ສຸ​ສານ​ໄວ້​ໄລ​​ປະ​ທານ​ໂຮ່​ຈີ​ມິນ

(VOVWORLD) -ພຶດຕິກຳຕົວຈິງທີ່ອຸດົມສົມບູນ ແລະ ມີຊີວິດຊີວາຂອງການປະຕິວັດ ຫວຽດນາມ ໃນໄລຍະ 93 ປີຜ່ານມາ ໄດ້ພິສູດໃຫ້ເຫັນການນຳພາຂອງພັກ ແມ່ນປະຖົມປັດໄຈແຖວໜ້າໃນການຕັດສິນທຸກໄຊຊະນະຂອງການປະຕິວັດຫວຽດນາມ.
ການ​ນຳ​ພັ​ກ, ລັດ ເຂົ້າ​ສຸ​ສານ​ໄວ້​ໄລ​​ປະ​ທານ​ໂຮ່​ຈີ​ມິນ - ảnh 1ບັນດາການນຳໄປວາງພວງມາລາ ຢູ່ສຸສານ ໂຮ່ຈີມິນ (ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 93 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (3/2/1930 - 3/2/2023), ຕອນເຊົ້າວັນທີ 3 ກຸມພາ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ, ທ່ານຫວໍວັນເຖືອງ ຜູ້ປະຈຳການຄະນະເລຂາສູນກາງພັກ, ທ່ານ ໂດວັນຈຽນ ເລຂາສູນກາງພັກ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ, ທ່ານນາງ ຫວໍທິແອັງຊວັນ ຮັກສາການປະທານປະເທດ ໄດ້ໄປວາງພວງມາລາ, ເຂົ້າສຸສານໄວ້ອາໄລປະທານໂຮ່ຈີມິນ. ຄະນະຜູ້ແທນ ໄດ້ສະແດງຄວາມເຄົາລົບນັບຖື, ຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີອັນໃຫຍ່ຫຼວງຂອງປະທານໂຮ່ຈີມິນ - ຜູ້ສ້າງຕັ້ງ, ນຳພາ, ຝຶກຝົນຫຼໍ່ຫຼອມພັກກອມມູນິດ ຫວຽດນາມ, ກອງນ້ຳໜ້າຂອງຊົນຊັ້ນກຳມະກອນ, ປະຊາຊົນຜູ້ອອກແຮງງານ ແລະ ຊົນຊາດ ຫວຽດນາມ. ພຶດຕິກຳຕົວຈິງທີ່ອຸດົມສົມບູນ ແລະ ມີຊີວິດຊີວາຂອງການປະຕິວັດ ຫວຽດນາມ ໃນໄລຍະ 93 ປີຜ່ານມາ ໄດ້ພິສູດໃຫ້ເຫັນການນຳພາຂອງພັກ ແມ່ນປະຖົມປັດໄຈແຖວໜ້າໃນການຕັດສິນທຸກໄຊຊະນະຂອງການປະຕິວັດຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ