ການ​ນຳ​ພັກ, ລັດ ເຂົ້າ​ສຸ​ສານ​ໄຫວ້​ອາ​ໄລ​ປະ​ທານ ໂຮ່​ຈີ​ມິນ

(VOVWORLD) - ຕອນເຊົ້າວັນທີ 31 ສິງຫາ, ບັນດາການນຳ, ອະດີດການນຳພັກ, ລັດ ພ້ອມດ້ວຍການນຳກະຊວງ, ຂະແໜງການ ແລະ ນະຄອນ ຮ່າໂນ້ຍ ໄດ້ເຂົ້າສຸສານວາງພວງມາລາ ໄຫວ້ອາໄລປະທານ ໂຮ່ຈີມິນ. 
ການ​ນຳ​ພັກ, ລັດ ເຂົ້າ​ສຸ​ສານ​ໄຫວ້​ອາ​ໄລ​ປະ​ທານ ໂຮ່​ຈີ​ມິນ - ảnh 1ບັນດາການນຳ, ອະດີດການນຳພັກ, ລັດ ພ້ອມດ້ວຍການນຳກະຊວງ, ຂະແໜງການ ແລະ ນະຄອນ ຮ່າໂນ້ຍ ເຂົ້າສຸສານວາງພວງມາລາ ໄຫວ້ອາໄລປະທານ ໂຮ່ຈີມິນ (ພາບ: VGP)

ໂດຍສະເຫຼີມສະຫຼອງວັນສະຖາປະນາປະເທດສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 78 ປີ (ວັນທີ 02/09/1945 – 02/09/2023), ຕອນເຊົ້າວັນທີ 31 ສິງຫາ, ບັນດາການນຳ, ອະດີດການນຳພັກ, ລັດ ພ້ອມດ້ວຍການນຳກະຊວງ, ຂະແໜງການ ແລະ ນະຄອນ ຮ່າໂນ້ຍ ໄດ້ເຂົ້າສຸສານວາງພວງມາລາ ໄຫວ້ອາໄລປະທານ ໂຮ່ຈີມິນ. ເຂົ້າຮ່ວມພິທີໄຫວ້ອາໄລ ລວມມີ: ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ; ການນຳບັນດາຄະນະ, ຂະແໜງການ, ໝູ່ຄະນະຂັ້ນສູນກາງ…

       ຕໍ່ໜ້າດວງວິນຍານຂອງປະທານ ໂຮ່ຈີມິນ, ບັນດາການນຳພັກ, ລັດ ຫວຽດນາມ ໄດ້ສະແດງຄວາມຮູ້ບຸນຄຸນອັນລົ້ນເຫຼືອ ແລະ ເຄົາລົບນັບຖືຜົນງານອັນຍິ່ງໃຫຍ່ຂອງປະທານ ໂຮ່ຈີມິນ ທີ່ມີຕໍ່ພາລະກິດຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດເປັນເອກະພາບ, ສ້າງສາປະເທດ ຫວຽດນາມ ສັງຄົມນິຍົມ.

  ໃນຕອນເຊົ້າຂອງວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກໍໄດ້ເຂົ້າຈູດທູບໃຕ້ທຽນອາໄລຫາປະທານ ໂຮ່ຈີມິນ ຢູ່ເຮືອນເລກທີ 67, ເຂດປູຊະນີຍະສະຖານ ປະທານ ໂຮ່ຈີມິນ ຢູ່ ທຳນຽບປະທານປະເທດ ຢູ່ນະຄອນຫຼວງ ຮ່າໂນ້ຍ.

        ກໍໃນຕອນເຊົ້າວັນດຽວກັນ, ຄະນະຜູ້ແທນອົງຄະນະພັກ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ, ໂດຍທ່ານ ຫງວຽນວັນເນັນ, ເລຂາພັກນະຄອນ ເປັນຫົວໜ້າຄະນະ, ໄດ້ວາງພວງມາລາ, ຈູດທູບໃຕ້ທຽນອາໄລຫາປະທານ ໂຮ່ຈີມິນ, ປະທານ ໂຕນດຶກຖັງ ຢູ່ຫໍພິພິທະພັນ ໂຮ່ຈີມິນ - ສາຂານະຄອນ ໂຮ່ຈີມິນ (ເມືອງ 4).  

 

ຕອບກັບ

ຂ່າວ/ບົດ​ອື່ນ