ການນຳພັກ, ລັດຕ້ອນຮັບປະທານດູມາແຫ່ງຊາດ ສະຫະພັນລັດເຊຍ

(VOVWORLD) - ສອງຝ່າຍຢັ້ງຢືນຄວາມຕັດສິນໃຈໜູນຊ່ວຍຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ; ພ້ອມກັນແລກປ່ຽນ, ປຶກສາຫາລື ແລະ ຕີລາຄາກ່ຽວກັບການປະຕິບັດບັນດາຂໍ້ຕົກລົງຮ່ວມມືລະຫວ່າງ ຫວຽດນາມ ແລະ ສະຫະພັນລັດເຊຍ
ການນຳພັກ, ລັດຕ້ອນຮັບປະທານດູມາແຫ່ງຊາດ ສະຫະພັນລັດເຊຍ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ທ່ານ Vyacheslav Viktorovich Volodin, ປະທານ ດູມາ ແຫ່ງຊາດສະຫະພັນລັດເຊຍ

ຕອນບ່າຍວັນທີ 16 ຕຸລາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ຕ້ອນຮັບທ່ານ Vyacheslav Viktorovich Volodin, ປະທານ ດູມາ ແຫ່ງຊາດສະຫະພັນລັດເຊຍ (ຫຼືສະພາຕ່ຳ), ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕີລາຄາສູງຄວາມໝາຍຂອງການຢ້ຽມຢາມ ແລະ ຊົມເຊີຍໝາກຜົນຂອງການເຈລະຈາ, ພົບປະກັບການນຳຂັ້ນສູງ ຫວຽດນາມ.

        ສ່ວນທ່ານ Vyacheslav Viktorovich Volodin, ປະທານ ດູມາ ແຫ່ງຊາດສະຫະພັນລັດເຊຍ ຢັ້ງຢືນວ່າ ດູມາແຫ່ງຊາດ ລັດເຊຍ ຍາມໃດກໍ່ສະໜັບສະໜູນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຫວຽດນາມ; ຈະມານະພະຍາຍາມເພີ່ມທະວີກົນໄກຮ່ວມມືສະໜິດຕິດພັນລະຫວ່າງສະພາແຫ່ງຊາດສອງປະເທດ, ເພີ່ມທະວີການຕິດຕາມກວດກາ ແລະ ຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງສອງປະເທດ.

        ແລະກໍ່ໃນຕອນບ່າຍວັນທີ 16 ຕຸລາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບ ທ່ານ Vyacheslav Viktorovich Volodin, ປະທານ ດູມາ ແຫ່ງຊາດສະຫະພັນລັດເຊຍ ເຊັ້ນດຽວກັນ. ແລະພາຍຫຼັງການພົບປະ, ທ່ານ Vyacheslav Viktorovich Volodin, ປະທານ ດູມາ ແຫ່ງຊາດສະຫະພັນລັດເຊຍ ໄດ້ເດີນທາງກັບເມືອປະເທດ, ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຢ່າງຈົບງາມ.

ການນຳພັກ, ລັດຕ້ອນຮັບປະທານດູມາແຫ່ງຊາດ ສະຫະພັນລັດເຊຍ - ảnh 2ກອງປະຊຸມລະຫວ່າງສອງຝ່າຍ

        ກ່ອນໜ້ານັ້ນ, ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ຂອງທ່ານ Vyacheslav Viktorovich Volodin, ປະທານດູມາແຫ່ງຊາດ ສະຫະພັນລັດເຊຍ, ຕອນເຊົ້າວັນດຽວກັນ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະ ທ່ານປະທານດູມາແຫ່ງຊາດ ໄດ້ເປັນປະທານກອງປະຊຸມຄັ້ງທີ 2 ຂອງຄະນະກຳມະການຮ່ວມມືລັດຖະສະພາລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ດູມາແຫ່ງຊາດ ລັດເຊຍ.

        ນະທີ່ນີ້, ສອງຝ່າຍຢັ້ງຢືນຄວາມຕັດສິນໃຈໜູນຊ່ວຍຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ; ພ້ອມກັນແລກປ່ຽນ, ປຶກສາຫາລື ແລະ ຕີລາຄາກ່ຽວກັບການປະຕິບັດບັນດາຂໍ້ຕົກລົງຮ່ວມມືລະຫວ່າງ ຫວຽດນາມ ແລະ ສະຫະພັນລັດເຊຍ, ພ້ອມທັງແບ່ງປັນບົດຮຽນໃນການປະກາດໃຊ້ນະໂຍບາຍ, ກົດໝາຍ, ເພື່ອແນໃສ່ຊຸກຍູ້ການຮ່ວມມືໃນຂົງເຂດ ການເມືອງ, ເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ, ທ່ອງທ່ຽວ… ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ; ຄົ້ນຄ້ວາ, ພິຈາລະນາ, ສົມທົບກັນຕິດຕາມກວດກາຊຸກຍູ້ຜັນຂະຫຍາຍບັນດາເອກະສານຮ່ວມມື ທີ່ໄດ້ລົງນາມຢູ່ແລ້ວລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ ໃຫ້ມີປະສິດທິຜົນ.

        ແລະກໍ່ໃນຕອນເຊົ້າວັນດຽວກັນ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ໃຫ້ການຕ້ອນຮັບຄະນະ. ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານປະທານປະເທດ ເຊື່ອໝັ້ນວ່າ ການຢ້ຽມຢາມຈະສ້າງກຳລັງໜູນຢ່າງແຮງ ໃຫ້ແກ່ການຮ່ວມມືສອງຝ່າຍ, ເຮັດໃຫ້ການພົວພັນລະຫວ່າງສອງປະເທດເລິກເຊິ່ງກ່ວາອີກ. ເນື່ອງໃນໂອກາດນີ້, ທ່ານປະທານປະເທດຫວໍວັນເຖືອງ ສະເໜີໃຫ້ສອງຝ່າຍສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ; ຍູ້ແຮງການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ, ຟື້ນຟູ ແລະ ພັດທະນາບັນດາການເຄື່ອນໄຫວພົວພັນແລກປ່ຽນປະຊາຊົນ, ທ່ອງທ່ຽວພາຍຫຼັງໂລກລະບາດໂຄວິດ 19.

        ສ່ວນທ່ານ Vyacheslav Viktorovich Volodin, ປະທານ ດູມາ ແຫ່ງຊາດສະຫະພັນລັດເຊຍ ພ້ອມກັບຄະນະຜູ້ແທນ ສະຫະພັນລັດເຊຍ ຢັ້ງຢືນວ່າ: ລັດເຊຍ ບໍ່ພຽງແຕ່ຖື ຫວຽດນາມ ແມ່ນຄູ່ຮ່ວມມືຍຸດທະສາດເທົ່ານັ້ນ ຫາກຍັງແມ່ນເພື່ອນມິດຍຸດທະສາດອີກດ້ວຍ. ທ່ານປະທານ ດູມາ ແຫ່ງຊາດ ລັດເຊຍ ຖືວ່າ ສອງຝ່າຍຄວນພ້ອມກັນຊອກຫາບັນດາຮູບແບບໃໝ່ໃຫ້ແກ່ການຮ່ວມມືຂອງສອງປະເທດພັດທະນາກ່ວາອີກໃນຫຼາຍຂົງເຂດຕ່າງໆ, ພ້ອມທັງ ຫວັງວ່າ: ການພົວພັນ, ຮ່ວມມືສອງຝ່າຍສືບຕໍ່ພັດທະນາຢ່າງມີປະສິດທິຜົນ ແລະ ເລິກເຊິ່ງກ່ວາອີກໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ