ການນຳພັກ, ລັດຖະບານ ລາວ ຕ້ອນຮັບຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 24 ເມສາ, ທ່ານເລຂາທິການໃຫຍ່ ປະທານປະເທດລາວ ບຸນຍັງ ວໍລະຈິດ ແລະ ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໂດຍທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຕ່ອງທິຟອງ ເປັນຫົວຫນ້າຄະນະ.

ການນຳພັກ, ລັດຖະບານ ລາວ ຕ້ອນຮັບຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ - ảnh 1ທ່ານເລຂາທິການໃຫຍ່ ປະທານປະເທດລາວ ບຸນຍັງ ວໍລະຈິດ  ຕ້ອນຮັບ, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟອງ

(ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟອງ ຢືນຢັນ: ການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ ຂອງຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ຄັ້ງນີ້ ເປັນການສະແດງໃຫ້ເຫັນຄວາມຕັດສິນໃຈຂອງສະພາແຫ່ງຊາດຫວຽດນາມ ປາດຖະຫນາຢາກປະກອບສ່ວນປັບປຸງການພົວພັນທີ່ເປັນມູນເຊື້ອຍາວນານ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວເວົ້າລວມ ກໍຄືຊຸກຍູ້ການພົວພັນຮ່ວມມືອັນດີງາມ ແລະ ຮອບດ້ານລະຫວ່າງສອງອົງການສ້າງກົດໝາຍສອງປະເທດເວົ້າສະເພາະ. ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟອງ ສະແດງຄວາມຂອບອົກຂອບໃຈ ລັດຖະບານລາວ ໃນໄລຍະຜ່ານມາໄດ້ແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຄັດຢ່າງທັນການເພື່ອສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ຫວຽດນາມໃນວິວັດການລົງທຶນຢູ່ລາວ ແລະ ສືບຕໍ່ເອົາໃຈໃສ່, ຊ່ວຍເຫລືອປະຊາຄົມຊາວຫວຽດນາມ ດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ລາວ. ທ່ານເລຂາທິການໃຫຍ່ ປະທານປະເທດລາວ ບຸນຍັງ ວໍລະຈິດ ແລະ ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ມີຄວາມເຊື່ອໝັ້ນວ່າ ການຢ້ຽມຢາມ ແລະ ແລກປ່ຽນບົດຮຽນຄັ້ງນີ້ ຂອງຄະນະຈະປະກອບສ່ວນສຳຄັນຊ່ວຍເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດນັບມື້ນັບພັດທະນາ ແລະ ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ