ການນຳພັກ, ລັດຖະບານ, ສະພາແຫ່ງຊາດ ຕ້ອນຮັບປະທານາທິບໍດີ ສ.ອີຣານ

ການນຳພັກ, ລັດຖະບານ, ສະພາແຫ່ງຊາດ ຕ້ອນຮັບປະທານາທິບໍດີ ສ.ອີຣານ - ảnh 1
ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong
ຕ້ອນຮັບ​ທ່ານ​ປະທານາທິບໍດີ​ອີຣານ
(ພາບ: VGP)


(vovworld) -     ຕອນ​ເຊົ້າ​ວັນ​ທີ 10/11, ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາ​ດ Nguyen Sinh Hung ​ໄດ້​ໃຫ້​ການ​ຕ້ອນຮັບ​ທ່ານ Mahmoud Ahmadinejad, ປະທານາທິບໍດີ​ ສ.ອີຣານ ທີ່​ພວມ​ຢູ່​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ. ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ຂໍ່ານັບ​ເຊົມ​ເຊີຍ​ທ່ານ​ປະທານາທິບໍດີ Mahmoud Ahmadinejad ມາ​ຢ້ຽມຢາມ​ຫວຽດນາມ; ​ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມຢາມ​ຄັ້ງ​ນີ້​ຈະ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ກວ່າ​ອີກ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ໄດ້​ຕີ​ລາຄາ​ສູງ​ໝາກຜົນ​ການ​​ໂອ້​ລົມ​ສົນທະນາ, ເຈລະຈາຂອງ​ທ່ານ​ປະທານາທິບໍດີ​ອີຣານ ກັບການ​ນຳຂັ້ນ​ສູງ​ພັກ, ລັດ ​ແລະ ລັດຖະບານ​ຫວຽດນາມ; ຢືນຢັນ​ວ່າ ຫວຽດນາມ ​ແລະ ອີຣານ ມີ​ສາຍ​ພົວພັນທີ່​ເປັນ​ມູນ​ເຊື້ອ​ມາ​ແຕ່​ດົນ​ນານ. ຍາມ​ໃດ​ຫວຽດນາມ ກໍ​ຖື​ເປັນ​ສຳຄັນ ​ແລະ ມານະ​ພະຍາຍາມ​ຍູ​້​ແຮງ​ການ​ພົວພັນ​ມິດຕະພາບທີ່​ເປັນ​ມູນ​ເຊື້ອ​ກັບ​ອີຣານ.

        ກ່ອນ​ໜ້າ​ນັ້ນ, ຕອນ​ບ່າຍ​ວັນ​ທີ 9/11, ຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ປະທານາທິບໍດີ​ອີຣານ Mahmoud Ahmadinejad. ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ຊົມ​ເຊີຍ​ທ່ານ​ປະທານາທິບໍດີ​ອີຣານ ມາ​ຢ້ຽມຢາມ​ຫວຽດນາມ, ຕີ​ລາຄາ​ສູງ​ບັນດາ​ຜົນງານ​​ເຊິ່ງປະຊາຊົນ​ອີຣານ ບັນລຸ​ໄດ້ ​ໃນ​ວິວັດ​ການ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາ​ດ. ທ່ານ​ເລຂາທິການ​ໃຫຍ່ ​ໄດ້​ແຈ້ງ​​ໃຫ້ທ່ານ​ປະທານ​ນາ​ທິບໍດີ​ອີຣານ ຊາບບາງ​ຈຸດ​ກ່ຽວ​ກັບ​ສະພາບ​ການ​ຂອງ​ຫວຽດນາມ ​ແລະ ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ, ພ້ອມ​ທັງ​ສະ​ແດງ​ຄວາມ​​ເພຶງ​ພໍ​ໃຈ​ຕໍ່​ການ​ພັດທະນາ​ການ​ພົວພັນ​ລະ​ຫວ້າງ​ສອງ​ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ, ປາດ​ຖະໜາ​ວ່າ​ສອງ​ປະ​ເທດ​ຈະ​ສືບ​ຕໍ່​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ - ການ​ຄ້າ ​ແລະ ບັນດາ​ຂົງ​ເຂດ​ອື່ນໆ​ອີກ, ​ເປີດ​ກວ້າງ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ດ້ານ​ວັດທະນະທຳ, ການ​ສື​ກສາ ​ເພື່ອ​ເພີ່ມ​ຄວາມ​​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ, ສ້າງ​ເງື່ອນ​ໄຂ​ເພື່ອ​ພັດທະນາ​ການ​ພົວພັນ​ລະຫວ່າງສອງ​ປະ​ເທດ.

        ​ແລະ​ກໍ​ໃນ​ຕອນ​ບ່າຍວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທານາທິບໍດີ​ອີຣານ. ທ່ານ​ນາຍົກລັດຖະມົນຕີ ຢືນຢັນ​ວ່າ ຍາ​ມ​ໃດ​ຫວຽດນາມ ກໍ​ຖື​ການ​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ກັບ​ອີຣານ​ເປັນ​ສຳຄັນ ​ແລະ ຈະ​ມານະ​ພະຍາຍາມ​ເພື່ອ​ພ້ອມ​ກັບ​ອີຣານ ​ເພີ່ມ​ທະວີ ​ແລະ ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ກວ່າ​ອີກ.

ຂ່າວ/ບົດ​ອື່ນ