ການນຳພັກ, ລັດຖະບານ ແລະ ແນວໂຮມປະເທດຊາດຫວຽດນາມຕ້ອນຮັບ, ເຈລະຈາ​,ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ.

(VOVWORLD) -    ຕອນເຊົ້າວັນທີ 10 ກັນຍາ, ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງພັກ, ລັດ ລາວ ໄດ້ຖືກຈັດຂຶ້ນຢ່າງສົມກຽດຕາມລະດັບສູງສຸດທີ່ສະຫງວນໃຫ້ແກ່ປະມຸກລັດ ດ້ວຍການຍິງປືນໃຫຍ່ 21 ນັດ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ໄດ້ເປັນເຈົ້າພາບພິທີຕ້ອນຮັບ.
ການນຳພັກ, ລັດຖະບານ ແລະ ແນວໂຮມປະເທດຊາດຫວຽດນາມຕ້ອນຮັບ, ເຈລະຈາ​,ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ. - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ພ້ອມດ້ວຍທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ຍ່າງກວດກອງກຽດຕິຍົດກອງທັບປະຊາຊົນ ຫວຽດນາມ (ພາບ: VOV)

ເຂົ້າຮ່ວມພິທີຕ້ອນຮັບ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທີ່ມາຢ້ຽມຢາມທາງລັດຖະກິດ ຢູ່ ຫວຽດນາມ ແຕ່ວັນທີ 10 – 13 ກັນຍາ, ຄະນະຜູ້ແທນຂັ້ນສູງພັກ, ລັດ ຫວຽດນາມ ລວມມີ: ຜູ້ປະຈຳການຄະນະເລຂາສູນກາງພັກ ທ່ານ ເລືອງເກື່ອງ; ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ທ່ານ ເລຮວ່າຍຈູງ; ຫົວໜ້າຫ້ອງວ່າການສູນກາງພັກ, ທ່ານ ຫງວຽນຢຸຍງອກ; ທ່ານນາງ ຫວໍທິແອັງຊວັນ ຮອງປະທານປະເທດ ຫວຽດນາມ; ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນກວາງເຟືອງ; ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ.

ພາຍຫຼັງທີ່ໄດ້ບັນເລັງເພງຊາດສອງປະເທດ ແລະ ການຍິງປືນໃຫຍ່ 21 ນັດເພື່ອຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ພ້ອມດ້ວຍທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ໄດ້ຍ່າງກວດກອງກຽດຕິຍົດກອງທັບປະຊາຊົນ ຫວຽດນາມ.

ນີ້ເປັນຄັ້ງທຳອິດທີ່ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ມາຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ, ສືບຕໍ່ຜົນສຳເລັດຂອງການຢ້ຽມຢາມທາງລັດຖະກິດຢູ່ລາວ ຂອງທ່ານປະທານປະເທດ ຫວຽດນາມ ໂຕເລິມ ເມື່ອເດືອນກໍລະກົດ ພາຍຫຼັງໄດ້ຮັບດຳລົງຕຳແໜ່ງ. ການຢ້ຽມຢາມຄັ້ງນີ້ ໄດ້ດຳເນີນເພື່ອຕອບສະໜອງຕາມຄຳເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແນໃສ່ສືບຕໍ່ປັບປຸງການພົວພັນມິດຕະພາບ ແລະ ຄວາມສາມັກຄີແບບພິເສດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ 2 ປະເທດ ລາວ - ຫວຽດນາມ.

      ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ຕອນເຊົ້າວັນທີ 10 ກັນຍາ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ເຊິ່ງພວມຢ້ຽມຢາມທາງລັດຖະກິດ ຢູ່ ຫວຽດນາມ ແຕ່ວັນທີ 10 – 13 ກັນຍາ.

    ໃນການພົບປະເຈລະຈາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຊົມເຊີຍທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງພັກ, ລັດ ລາວ ມາຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ, ຢັ້ງຢືນ ຫວຽດນາມ ຈະພ້ອມກັບ ລາວ ຮັກສາ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາ ເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນໃນບັນດາຂົງເຂດ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ເນັ້ນໜັກວ່າ:

        “ການຢ້ຽມຢາມຄັ້ງນີ້ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ພ້ອມດ້ວຍພັນລະຍາ ມີຄວາມໝາຍສຳຄັນເປັນພິເສດ, ປະກອບສ່ວນເພີ່ມທະວີ ແລະ ຍົກສູງປະສິດທິຜົນການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດໃຫ້ດີຍິ່ງໆຂຶ້ນ, ສົມກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃນຈຸດເວລາ ທີ່ສອງປະເທດ ພວມສູ້ຊົນປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ແລະ ກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກປະຊາຊົນປະຕິວັດ ລາວ ຢ່າງມີໄຊ, ຕັ້ງໜ້າກະກຽມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດໃນອາຍຸການໃໝ່ຂອງແຕ່ລະພັກ ໃນສະພາບການສາກົນສືບຕໍ່ມີການຜັນແປຢ່າງວ່ອງໄວ ແລະ ສັບສົນ.”

        ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຕາງກໍສະແດງຄວາມປະຕິຊົມຊື່ນຕໍ່ບັນດາການພັດທະນາໃໝ່ ແລະ ສຳຄັນໃນການພົວພັນລະຫວ່າງສອງພັກ, ສອງລັດ ແລະ ໝາກຜົນການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃນໄລຍະຜ່ານມາ, ພ້ອມທັງແລກປ່ຽນທິດທາງຊຸກຍູ້ການພົວພັນຮ່ວມມືຍຸດທະສາດລະຫວ່າງສອງປະເທດ. ສອງຝ່າຍໄດ້ເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານ, ສົມທົບກັນໃນບັນດາບັນຫາຍຸດທະສາດ, ແລກປ່ຽນທິດສະດີ, ໂດຍສະເພາະແມ່ນບັນດາບັນຫາໃໝ່; ຍູ້ແຮງການໂຄສະນາ, ສຶກສາມູນເຊື້ອການພົວພັນແບບພິເສດ ຫວຽດນາມ - ລາວ ກໍຄື ການພົວພັນ ຫວຽດນາມ -  ລາວ - ກຳປູເຈຍ ໃນໝູ່ປະຊາຊົນທຸກຊັ້ນວັນນະ, ໂດຍສະເພາະແມ່ນຄົນລຸ້ນໜຸ່ມສອງປະເທດ.

        ການນຳສອງທ່ານກໍເຫັນດີເພີ່ມທະວີເສົາຄ້ຳຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັບປະກັນເປັນບ່ອນອີງທີ່ໝັ້ນແກ່ນໃຫ້ກັນ ເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງທີ່ນັບມື້ນັບສັບສົນ ແລະ ຫຼາຍຮູບຫຼາຍແບບຢ່າງມີປະສິດທິຜົນ. ການນຳສອງທ່ານກໍເຫັນດີເປັນເອກະພາບຕໍ່ຄວາມຮັບຮູ້ລວມ ມານະພະຍາຍາມຊຸກຍູ້, ສ້າງບາດກ້າວບຸກທະລຸ, ຍົກສູງປະສິດທິຜົນການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ວິທະຍາສາດ - ເຕັກນິກບົນພື້ນຖານຂຸດຄົ້ນ, ເສີມຂະຫຍາຍກຳລັງບົ່ມຊ້ອນ ແລະ ທ່າແຮງຂອງແຕ່ລະປະເທດ, ຍູ້ແຮງການເຊື່ອມຕໍ່ສອງພື້ນຖານເສດຖະກິດ ກ່ຽວກັບລະບອບລະບຽບການ, ພື້ນຖານໂຄງລ່າງ, ການຄົມມະນາຄົມ, ໂທລະຄົມ, ການທ່ອງທ່ຽວຢ່າງແທດຈິງ, ເພື່ອສ້າງການຮ່ວມມື, ພ້ອມກັນພັດທະນາຢ່າງຍາວນານໃຫ້ແກ່ທັງສອງປະເທດ, ພ້ອມທັງຊຸກຍູ້ການເຊື່ອມຕໍ່ສາມພື້ນຖານເສດຖະກິດ ຫວຽດນາມ - ລາວ - ກຳປູເຈຍ.

    
ການນຳພັກ, ລັດຖະບານ ແລະ ແນວໂຮມປະເທດຊາດຫວຽດນາມຕ້ອນຮັບ, ເຈລະຈາ​,ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ. - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

     ໃນຕອນບ່າຍວັນທີ 10 ກັນຍານີ້, ຢູ່ສໍານັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ມີການພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ.

     ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ແລະ ທ່ານເລຂາທິການໃຫຍ່ ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພົວພັນລະຫວ່າງສອງປະເທດທີ່ນັບມື້ນັບໄດ້ຮັບການຊຸກຍູ້ໃຫ້ເລິກເຊິ່ງ ແລະ ມີປະສິດທິຜົນ. ການພົວພັນທາງການເມືອງສືບຕໍ່ສະໜິດສະໜົມແລະມີຄວາມໄວ້ເນື້ອເຊື່ອໃຈ; ການຮ່ວມມືໃນຂົງເຂດປ້ອງກັນຊາດປ້ອງກັນຄວາມສະຫງົບສືບຕໍ່ແມ່ນເສົາຄ້ຳສຳຄັນ; ການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ ແລະ ບຳລຸງສ້າງ, ວັດທະນະທຳ, ວິທະຍາສາດເຕັກໂນໂລຊີ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດພວມພັດທະນາຢ່າງບໍ່ຢຸດຢັ້ງ.

     ການນຳ 2 ທ່ານໄດ້ເຫັນດີເປັນເອກະສັນກັນກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງໃນທຸກຂົງເຂດ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ; ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບເປັນເສົາຄ້ຳສຳຄັນຂອງການຮ່ວມມື; ຍູ້ແຮງການຮ່ວມມືດ້ານເສດຖະກິດການຄ້າຢ່າງມີປະສິດທິຜົນ, ສ້າງເງື່ອນໄຂສະດວກກວ່າໃຫ້ບັນດາວິສາຫະກິດຂອງສອງປະເທດເຄື່ອນໄຫວລົງທຶນ ແລະ ດຳເນີນທຸລະກິດຢູ່ແຕ່ລະປະເທດ; ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນໃນການກໍ່ສ້າງພື້ນຖານເສດຖະກິດເອກະລາດ ແລະ ເປັນເຈົ້າຕົນເອງ, ພ້ອມທັງເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ ແລະ ມີປະສິດທິຜົນ; ເພີ່ມທະວີການເຊື່ອມຈອດກັນລະຫວ່າງສອງພື້ນຖານເສດຖະກິດຫວຽດນາມ - ລາວ ແລະ ລະຫວ່າງ 3 ພື້ນຖານເສດຖະກິດຫວຽດນາມ - ລາວ - ກຳປູເຈຍ, ການນຳສອງປະເທດກໍ່ເຫັນດີເປັນເອກະພາບສຸມໃສ່ແກ້ໄຂບັນດາສິ່ງກີດຂວາງໃນການປະຕິບັດບັນດາໂຄງການສຳຄັນ; ສືບຕໍ່ເອົາໃຈໃສ່ ແລະ ຊຸກຍູ້ການຮ່ວມມືດ້ານການສຶກສາ, ວັດທະນະທຳ, ການທ່ອງທ່ຽວ, ການທະນາຄານ, ແຮງງານ ແລະ ການພົວພັນແລກປ່ຽນປະຊາຊົນ.         

ການນຳພັກ, ລັດຖະບານ ແລະ ແນວໂຮມປະເທດຊາດຫວຽດນາມຕ້ອນຮັບ, ເຈລະຈາ​,ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ. - ảnh 3ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ  ແລະ ທ່ານປະທານ ສູນກາງແນວໂຮມປະເທດ ຊາດຫວຽດນາມ ໂດ້ວັນຈ້ຽນ

       ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ຫວຽດນາມ (10-13 ກັນຍາ), ຕອນບ່າຍວັນທີ 10 ກັນຍາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ຄະນະຜູ້ແທນ ສະມາຄົມມິດຕະພາບ ຫວຽດນາມ-ລາວ ໂດຍທ່ານປະທານ ສູນກາງແນວໂຮມປະເທດ ຊາດຫວຽດນາມ ໂດ້ວັນຈ້ຽນ ນຳໜ້າເຂົ້າຢ້ຽມຄຳນັບ.

ຕອບກັບ

ຂ່າວ/ບົດ​ອື່ນ