ການນຳພັກ, ລັດຖະບານຫວຽດນາມ ເຂົ້າສຸສານອາໄລຫາ ປະທານ ໂຮ່ຈິມີນ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 127 ປີແຫ່ງວັນຄ້າຍວັນເກີດ ປະທານ ໂຮ່ຈິມີນ (19/05/1890-19/05/2017), ຕອນເຊົ້າວັນທີ 18 ພຶດສະພາ, ຄະນະຜູ້ແທນການນຳພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ ເຂົ້າສຸສານອາໄລຫາ ປະທານ ໂຮ່ຈິມີນ ແລະ ຖະຫວາຍທູບທຽນອາໄລຫາ ບັນດາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ. 
ການນຳພັກ, ລັດຖະບານຫວຽດນາມ ເຂົ້າສຸສານອາໄລຫາ ປະທານ ໂຮ່ຈິມີນ - ảnh 1 ພາບປະກອບ

ຄະນະຜູ້ແທນລວມມີ ທ່ານ ຫງວຽນຟູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ທ່ານ ເລຂາຟຽວ ອະດິີດເລຂາທິການໃຫຍ່, ທ່ານ ນົງດຶກແມ້ງ ອະດິີດເລຂາທິການໃຫຍ່, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ; ທ່ານ ນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດ, ທ່ານ ຫງວຽນວັນອານ ອະດີດປະທານສະພາແຫ່ງຊາດ, ທ່ານ ຫງວຽນຊິງຮຸງ ອະດີດປະທານສະພາແຫ່ງຊາດ; ທ່ານ ຫງວຽນທຽນເຍີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ເລຂາຄະນະພັກນະຄອນໂຮ່ຈິມີນ, ທ່ານ ຟາມເທ໋ຢວຽດ ອະດີດ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ. ບັນດາກຳມະການກົມການເມືອງ, ອະດີດກຳມະການກົມການເມືອງ, ກຳມະການສູນກາງພັກ, ການນຳບັນດາກະຊວງ, ຂະແໜງການ.

        ໃນວັນດຽວກັນ, ທ່ານ ເຈີນດ້າຍກວາງ ປະທານປະເທດຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນໄປຖະຫວາຍທູບ, ທຽນ, ດອກໄມ້ອາໄລຫາ ປະທານໂຮ່ຈິມີນ ຢູ່ພິພິຕະພັນໂຮ່ຈິມີນ-ສາຂານະຄອນໂຮ່ຈິມີນ ແລະ ອະນຸສາວະລີປະທານໂຮ່ຈິມີນ ຢູ່ສວນສາທາລະນະອະນຸສາວະລີປະທານໂຮ່ຈິມີນ.

ຕອບກັບ

ຂ່າວ/ບົດ​ອື່ນ