ການນຳພັກ, ລັດພົບປະກັບຜູ້ມີສິດເລືອກຕັ້ງ: ພັດທະນາເສດຖະກິດຕິດພັນກັບການຮັບປະກັນຊີວິດສັງຄົມ

(VOVWORLD) - ຕອນບ່າຍວັນທີ 26 ພະຈິກ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໊ອງ ພ້ອມກັບຄະນະປະຕິບັດງານໄດ້ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ອຽນເຈົາ, ແຂວງ ເຊີນລາ.
ການນຳພັກ, ລັດພົບປະກັບຜູ້ມີສິດເລືອກຕັ້ງ: ພັດທະນາເສດຖະກິດຕິດພັນກັບການຮັບປະກັນຊີວິດສັງຄົມ - ảnh 1 ພາບປະກອບ

ວັນທີ 26 ພະຈິກ, ບັນດາການນຳພັກ, ລັດພ້ອມກັບຄະນະສະມາຊິກສະພາແຫ່ງຊາດແຂວງ, ນະຄອນຕ່າງໆ ໄດ້ດຳເນີນການພົບປະກັບຜູ້ມີສິດເລືອກຕັ້ງ, ແຈ້ງໃຫ້ຊາບກ່ຽວກັບໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດຊຸດທີ 14 ແລະ ຮັບຟັງບັນດາຄຳເຫັນ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ.

        ຕອນບ່າຍວັນທີ 26 ພະຈິກ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໊ອງ ພ້ອມກັບຄະນະປະຕິບັດງານໄດ້ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ອຽນເຈົາ, ແຂວງ ເຊີນລາ. ກ່າວຄຳເຫັນນະທີ່ນີ້, ທ່ານນາງ ຕ່ອງທິຟ໊ອງ ສະເໜີໃຫ້ເມືອງ ອຽນເຈົາ ສືບຕໍ່ເສີມຂະຫຍາຍນ້ຳໃຈສາມັກຄີ, ພັດທະນາເສດຖະກິດຕິດພັນກັບການຮັບປະກັນຊີວິດສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ປະຕິບັດວຽກງານການຕ່າງປະເທດໃຫ້ເປັນຢ່າງດີ. ເນື່ອງໃນໂອກາດນີ້, ທ່ານນາງ ຕ່ອງທິຟ໊ອງ ໄດ້ມອບເງິນອຸປະຖຳຊ່ວຍເຫຼືອບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດໃນເມືອງ ອຽນເຈົາ ດ້ວຍຈຳນວນເງິນ 300 ລ້ານດົ່ງ.

        ແລະ ກໍ່ໃນວັນດຽວກັນ, ທ່ານ ຫວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ແລະ ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ແຂວງ ດົ່ງນາຍ ກໍ່ໄດ້ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ຫວີງກື໋ວ ແລະ ນະຄອນ ບຽນຮ່ວາ.

        ກ່າວຄຳເຫັນທີ່ການພົບປະກັບຜູ້ມີສິດເລືອກຕັ້ງເມືອງ ດຶກຮ່ວາ, ແຂວງ ລອງອານ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ຢັ້ງຢືນວ່າ: ພັກ, ລັດ ແລະ ລັດຖະບານຈະເພີ່ມທະວີການປະຕິບັດຫຼາຍມາດຕະການເພື່ອແນໃສ່ຮັກສາເສດຖະກິດມະຫາພາກ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບໃຫ້ເປັນປົກກະຕິເພື່ອພັດທະນາ, ເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ…

        ແລະກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ພ້ອມກັບຄະນະ ສສຊ ແຂວງ ຮ່າຕິ້ງ ກໍ່ໄດ້ພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງ ເຮືອງເຄ, ແຂວງ ຮ່າຕິ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ