ການນຳພັກ, ລັດຢ້ຽມຢາມ, ອວຍພອນບຸນເຕັດຢູ່ບັນດາທ້ອງຖິ່ນ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີືສະເໜີໃຫ້ບັນດາອົງການຂັ້ນສູນກາງ, ຄະນະພັກອຳນາດການປົກຄອງບັນດາທ້ອງຖິ່ນສືບຕໍ່ເອົາໃຈໃສ່, ເບິ່ງແຍງຊີວິດການເປັນຢູ່ຂອງບັນດາຄອບຄົວທຸກຍາກ, ປະຊາຊົນເຂດພູສູງ, ເຂດຊາຍແດນພັດທະນາເສດຖະກິດ - ສັງຄົມ.
ການນຳພັກ, ລັດຢ້ຽມຢາມ, ອວຍພອນບຸນເຕັດຢູ່ບັນດາທ້ອງຖິ່ນ  - ảnh 1ທ່ານ ປະທານສະພາຊົນເຜົ່າ ກໍ່ໄດ້ມອບໃຫ້ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ດັກລັກ ຈຳນວນເງິນ 250 ລ້ານດົ່ງ 

ຕອນເຊົ້າວັນທີ 28 ມັງກອນ, ໂດຍສືບຕໍ່ລາຍການຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງ ດ້ຽນບຽນ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໋າຍ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນບຸນເຕັດກ່ວາ 200 ພູດ ໃຫ້ບັນດາຄອບຄົວທຸກຍາກ, ຄອບຄົວເປົ້າໝາຍນະໂຍບາຍຢູ່ເມືອງ ນ້ຳໂປ່ ແລະ ເມື່ອງຈ່າ. ທ່ານຮອງນາຍົກລັດຖະມົນຕີືກໍ່ໄດ້ເຂົ້າຮ່ວມພິທີຕິດປ້າຍເຮືອນແຫ່ງມະຫາສາມັກຄີ ໃຫ້ແກ່ 2 ຄອບຄົວທຸກຍາກຢູ່ 2 ເມືອງນີ້. ທ່ານຮອງນາຍົກລັດຖະມົນຕີືສະເໜີໃຫ້ບັນດາອົງການຂັ້ນສູນກາງ, ຄະນະພັກອຳນາດການປົກຄອງບັນດາທ້ອງຖິ່ນສືບຕໍ່ເອົາໃຈໃສ່, ເບິ່ງແຍງຊີວິດການເປັນຢູ່ຂອງບັນດາຄອບຄົວທຸກຍາກ, ປະຊາຊົນເຂດພູສູງ, ເຂດຊາຍແດນພັດທະນາເສດຖະກິດ - ສັງຄົມ.

ແລະ ກໍ່ໃນຕອນເຊົ້າວັນດຽວກັນ, ທ່ານ ອີແທັງຮ່າ ນີເອ ກາດຳ, ປະທານສະພາຊົນເຜົ່າຂອງສະພາແຫ່ງຊາດ ໄດ້ລົງຢ້ຽມຢາມ, ມອບຂອງຂວັນແກ່ບາງອົງການ, ຫົວໜ່ວຍຢູ່ແຂວງ ດັກລັກ ເນື່ອງໃນໂອກາດບຸນປີໃຫມ່ປະຈຳຊາດປີມະໂລງ 2024. ທ່ານ ປະທານສະພາຊົນເຜົ່າ ກໍ່ໄດ້ມອບໃຫ້ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ດັກລັກ ຈຳນວນເງິນ 250 ລ້ານດົ່ງ (ເທົ່າກັບ 10.000 ກ່ວາ ໂດລາສະຫະລັດ) ຊຶ່ງເປັນຂອງຂວັນໃຫ້ບັນດາຄອບຄົວຊົນເຜົ່າສ່ວນໜ້ອຍທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນແຂວງ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີມະໂລງ 2024.

ຕອບກັບ

ຂ່າວ/ບົດ​ອື່ນ