ການນຳພັກ, ລັດລົງອວຍພອນປີໃໝ່ຢູ່ທ້ອງຖິ່ນຕ່າງໆ

(VOVWORLD) -ທ່ານ ຫວໍວັນເຖືອງ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ພ້ອມກັບຄະນະສະມາຊິກສະພາແຫ່ງຊາດ ແຂວງດົ່ງນາຍ ໄດ້ລົງຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ບັນດາຄອບຄົວເປົ້າໝາຍຍນະໂຍບາຍຢູ່ເມືອງ ເຍີນແຈກ, ແຂວງດົ່ງນາຍ.

ການນຳພັກ, ລັດລົງອວຍພອນປີໃໝ່ຢູ່ທ້ອງຖິ່ນຕ່າງໆ - ảnh 1ທ່ານ ຫວໍວັນເຖືອງ, ມອບຂອງຂວັນໃຫ້ແກ່ບັນດາຄອບຄົວເປົ້າໝາຍຍນະໂຍບາຍ

ຢູ່ເມືອງ ເຍີນແຈກ, ແຂວງດົ່ງນາຍ 

(ພາບ: nhandan.com.vn)

ວັນທີ 28 ມັງກອນ, ທ່ານ ຫວໍວັນເຖືອງ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ພ້ອມກັບຄະນະສະມາຊິກສະພາແຫ່ງຊາດ ແຂວງດົ່ງນາຍ ໄດ້ລົງຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ບັນດາຄອບຄົວເປົ້າໝາຍຍນະໂຍບາຍຢູ່ເມືອງ ເຍີນແຈກ, ແຂວງດົ່ງນາຍ. ທ່ານ ຫວໍວັນເຖືອງ ໄດ້ຢື້ຢາມຖາມຂ່າວບັນດາຄອບຄົວເປົ້າໝາຍນະໂຍບາຍ; ອວຍພອນບັນດາຜົນງານເຊິ່ງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນເມືອງ ເຍີນແຈກ ທີ່ບັນລຸໄດ້ໃນໄລຍະຜ່ານມາ ໃນການພັດທະນາ - ເສດຖະກິດສັງຄົມ, ພິດເສດແມ່ນວຽກງານເບິ່ງແຍງດູແລໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ.

        ແລະກໍ່ໃນວັນດຽວກັນ, ຄະນະສະມາຊິກສະພາແຫ່ງຊາດ ກໍ່ໄດ້ລົງຢ້ຽມຢາມ, ມອບຂອງຂວັນໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍຢູ່ເມືອງ ລອງແທ່ງ ແລະ ນະຄອນບຽນຮ່ວາ.

ວັນທີ 28 ມັງກອນ, ທ່ານ ເຈິ່ນແທງເໝີ້ນ, ເລຂາສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ກໍ່ໄດ້ລົງຢ້ຽມຢາມ ອວຍພອນປີໃໝ່, ມອບຂອງຂວັນໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກຢູ່ແຂວງ ທ໊າຍຫງວຽນ.

ຕອບກັບ

ຂ່າວ/ບົດ​ອື່ນ