ການນຳພັກ, ລັດເຂົ້າຂ່ຳນັບສຸສານປະທານໂຮ່ຈີມິນ

(VOVWORLD) - ພວງມາລາຂອງຄະນະມີແຖວຕົວໜັງສືທີ່ວ່າ “ຈາລຶກບຸນຄຸນຂອງປະທານ ໂຮ່ຈີມິນ ຕະຫຼອດໄປ”.
ການນຳພັກ, ລັດເຂົ້າຂ່ຳນັບສຸສານປະທານໂຮ່ຈີມິນ   - ảnh 1ການນຳພັກ, ລັດ, ອະດີດການນຳພັກ, ລັດ, ການນຳບັນດາອົງການ, ໝູ່ຄະນະສູນກາງເຂົ້າຂ່ຳນັບສຸສານປະທານໂຮ່ຈີມິນ 
(ພາບ: TTXVN)

        ເນື່ອງໃນໂອກາດສະເຫຼີມສະຫຼອງ 79 ປີແຫ່ງວັນຊາດ ສສ.ຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2024), ຕອນເຊົ້າວັນທີ 30 ສິງຫາ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໄປວາງພວງມາລາ, ເຂົ້າຂ່ຳນັບສຸສານປະທານ ໂຮ່ຈີມິນ. ເຂົ້າຮ່ວມພິທີຂ່ຳນັບມີ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ; ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ; ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ; ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດ້ວັນຈຽນ; ພ້ອມກັບບັນດາອະດີດການນຳພັກ, ລັດ, ການນຳບັນດາອົງການ, ໝູ່ຄະນະສູນກາງ. ພວງມາລາຂອງຄະນະມີແຖວຕົວໜັງສືທີ່ວ່າ “ຈາລຶກບຸນຄຸນຂອງປະທານ ໂຮ່ຈີມິນ ຕະຫຼອດໄປ”.

        ຕໍ່ຈາກນັ້ນ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໄປວາງພວງມາລາ ແລະ ຖະຫວາຍທູບທຽນອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອນຊາດ ຢູ່ອານຸສາວະລີນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ຖະໜົນ ບັກເຊີນ, ຮ່າໂນ້ຍ.

        ແລະກໍ່ໃນຕອນເຊົ້າວັນດຽວກັນ, ຄະນະພັກການທະຫານສູນກາງ - ກະຊວງປ້ອງກັນປະເທດ, ຄະນະພັກຕຳຫຼວດສູນກາງ - ກະຊວງຕຳຫຼວດ, ຄະນະພັກນະຄອນ - ສະພາປະຊາຊົນ - ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ… ກໍ່ໄດ້ເຂົ້າຂ່ຳນັບສຸສານປະທານໂຮ່ຈີມິນ ແລະ ໄປວາງພວງມາລາຢູ່ອານຸສາວະລີນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ