ການນຳພັກ, ລັດເຂົ້າຮ່ວມລາຍການ “ໂຮ່ຈີມິນ - ເຈດຈຳນົງ ຫວຽດນາມ ອັນໃສແຈ້ງ”

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 130ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19/05/1890 – 19/05/2020), ຕອນຄ່ຳວັນທີ 18 ພຶດສະພາ, ຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ໄດ້ສົມທົບກັບສະຖານີໂທລະພາບ ຫວຽດນາມ ແລະ ບັນດາທ້ອງຖິ່ນຈັດຕັ້ງລາຍການຖ່າຍທອດສົດທາງໂທລະພາບດ້ວຍຫົວຂໍ້ວ່າ “ໂຮ່ຈີມິນ - ເຈດຈຳນົງ ຫວຽດນາມ ອັນໃສແຈ້ງ”. 
ການນຳພັກ, ລັດເຂົ້າຮ່ວມລາຍການ “ໂຮ່ຈີມິນ - ເຈດຈຳນົງ ຫວຽດນາມ ອັນໃສແຈ້ງ” - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ການນຳພັກ, ລັດເຂົ້າຮ່ວມລາຍການຖ່າຍທອດສົດທາງໂທລະພາບຢູ່ນະຄອນໂຮ່ຈີມິນ  ພາບ: TTXVN 

ລາຍການໂທລະພາບດັ່ງກ່າວໄດ້ຖ່າຍທອດສົດເຊື່ອມຕໍ່ລະຫວ່າງ 5 ທ້ອງຖິ່ນ ນັ້ນແມ່ນ ຮ່າໂນ້ຍ, ຕວຽນກວາງ, ເງະອານ, ນະຄອນໂຮ່ຈີມິນ, ດົ່ງທ໊າບ ຊື່ງແມ່ນບັນດາສະຖານທີ່ມີຮ່ອງຮອຍຂອງເພິ່ນ . ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມລາຍການດັ່ງກ່າວຢູ່ນະຄອນໂຮ່ຈີມິນ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ເຂົ້າຮ່ວມຢູ່ຮ່າໂນ້ຍ…

      ເຂົ້າຮ່ວມລາຍການຍັງມີນັກຮຽນຮູ້ຢູ່ພາຍໃນ ແລະ ຕ່າງປະເທດຫລາຍທ່ານ ທີ່ມີການຄົ້ນຄວ້າກ່ຽວກັບປະທານໂຮ່ຈີມິນ, ກ່ຽວກັບໄລຍະປະຫວັດສາດຂອງ ຫວຽດນາມ, ມີຕົວພະຍານປະຫວັດສາດທີ່ເຄີຍເຫັນປະຈັກຕາ ຫຼື ເຄີຍມີໂອກາດໄດ້ພົບກັບເພິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ