ການ​ນຳ​ພັກ, ສະ​ພາ​ແຫ່ງ​ຊາດ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​

(VOVWORLD) -ໃນຕອນບ່າຍວັນທີ 21 ພະຈິກ, ທ່ານ ເວືອງດິ່ງເຫ້ວ, ເລຂາຄະນະພັກນະຄອນ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດ ນະຄອນຮ່າໂນ້ຍ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງ ຢູ່ເມືອງ ຮ່າດົງ.

ການ​ນຳ​ພັກ, ສະ​ພາ​ແຫ່ງ​ຊາດ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ - ảnh 1ທ່ານ ຟ້າມມິງຈິງ ຫົວໜ້າຄະນະຈັດຕັ້ງສູນກາງ ແລະ ຄະນະສະມາຊິກສະພາແຫ່ງຊາດ ແຂວງກ໋ວາງນິງ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງຕາແສງ ກ໋ວາງອຽນ, ແຂວງກ໋ວາງນິງ

(ພາບ: baoquangninh.com.vn) 

ຕອນເຊົ້າວັນທີ 22 ພະຈິກ, ທ່ານ ຟ້າມມິງຈິງ ຫົວໜ້າຄະນະຈັດຕັ້ງສູນກາງ ແລະ ຄະນະສະມາຊິກສະພາແຫ່ງຊາດ ແຂວງກ໋ວາງນິງ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງຕາແສງ ກ໋ວາງອຽນ, ແຂວງກ໋ວາງນິງ. ນະທີ່ນີ້, ທ່ານ ຟ້າມມິງຈິງ ຢັ້ງຢືນວ່າ: ບັນດາການຜັນປ່ຽນດ້ານເສດຖະກິດ, ສັງຄົມ ຂອງ ກ໋ວາງອຽນ ໃນເວລາມໍ່ໆມານີ້ ແມ່ນຮູບພາບທີ່ສະແດງໃຫ້ເຫັນການປ່ຽນແປງຢ່າງແຮງຂອງແຂວງກ໋ວາງນິງ. ດ້ວຍທ່າໄດ້ປຽບດ້ານພູມີປະເທດທີ່ສະດວກໃນການຮ່ວມສຳພັນບັນດານະຄອນໃນແຂວງ ແລະ ລະຫວ່າງເຂດ, ທາງທ້ອງຖິ່ນຕ້ອງສືບຕໍ່ປະຕິບັດການສ້າງລະບົບພື້ນຖານໂຄງລ່າງຄົມມະນາຄົມໃຫ້ສົມບູນແບບ, ເປັນຕົ້ນແມ່ນເສັ້ນທາງຄວາມໄວສູງໄປຍັງບັນດາເຂດອຸດສາຫະກຳ, ເຂດປຸ່ງແຕ່ງ. ທ່ານ ຟ້າມມິງຈິ້ງໄດ້ຮັບຮອງຮູ້, ແກ້ໄຂບັນດາຄຳເຫັນ, ຂໍ້ສະເໜີ ຕາມສິນອຳນາດຂອງຕົນ ແລະ ສົ່ງໄປຍັງສະພາແຫ່ງຊາດ, ພ້ອມທັງຕັກເຕືອນອຳນາດການປົກຄອງທ້ອງຖິ່ນມີວິທີການປົກປັກຮັກສາສິ່ງແວດລ້ອມ, ປົກປ້ອງຄວາມປອດໄພໃຫ້ແກ່ປະຊາຊົນຢູ່ເຂດແຄມທະເລໃນສະພາບການປ່ຽນແປງດິນຟ້າອາກາດ.

ແລະ ກໍ່ໃນຕອນເຊົ້າວັນທີ 22 ພະຈິກ, ທ່ານນາງຕ່ອງທິຟ໊ອງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ພ້ອມກັບຄະນະປະຕິບັດງານຂອງສະພາແຫ່ງຊາດ ໄດ້ໄປພົບປະກັບຜູ້ມີສິດເລືອກຕັ້ງຢູ່ຕາແສງ ເມື່ອງລິມ, ເມືອງອຽນເຈົາ, ແຂວງເຊີນລາ. ທີ່ການພົບປະ, ທ່ານນາງ ຕ່ອງທິຟ໊ອງ ໄດ້ແຈ້ງໃຫ້ບັນດາຜູ້ມີສິດເລືອກຕັ້ງຮັບຊາບກ່ຽວກັບບັນດາບັນຫາສຳຄັນ ໂດຍພື້ນຖານເຊິ່ງ ສະພາແຫ່ງຊາດຫາກໍ່ປຶກສາຫາລື,ຕັດສິນໃຈ ໃນກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ຜ່ານມາ.

ກ່ອນໜ້ານັ້ນ, ໃນຕອນບ່າຍວັນທີ 21 ພະຈິກ, ທ່ານ ເວືອງດິ່ງເຫ້ວ, ເລຂາຄະນະພັກນະຄອນ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດ ນະຄອນຮ່າໂນ້ຍ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງ ຢູ່ເມືອງ ຮ່າດົງ.

ຕອບກັບ

ຂ່າວ/ບົດ​ອື່ນ