ການນຳພັກກອມມູນິດຍີ່ປຸ່ນເຊີດຊູບັນດາຜົນງານຂອງຫວຽດນາມ

ການນຳພັກກອມມູນິດຍີ່ປຸ່ນເຊີດຊູບັນດາຜົນງານຂອງຫວຽດນາມ - ảnh 1
ທ່ານ Yasuo Ogata, ຮອງ​ປະທານ​ພັກ​ອມມູນິດ ຍີ່ປຸ່ນ

(vovworld) – ​​ເນື່ອງ​ໃນ​ໂອກາດ​ກອງປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ພັກ​ກອມ​ມູນິດ ຫວຽດນາມ, ຈະ​ໄດ້​ຮັບ​ການຈັດ​ຕັ້ງ​ແຕ່​ວັນ​ທີ 20 – 28/1, ຢູ່​ຮ່າ​ໂນ້ຍ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອ​ມມູນິດ ຍີ່ປຸ່ນ ​ໄດ້​ສົ່ງ​ໂທລະ​ເລກ​ອວຍພອນ ​ແລະ ສະ​​ແດງ​ຄວາມ​ສາມັກ​ຄີ​ມາ​ຍັງ​ກອງ​ປະຊຸ​ມ​ໃຫຍ່. ​ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ສຳນັກ​ຂ່າວສານ ຫວຽດນາມ ປະຈຳ ຍີ່​ປຸ່ນ, ທ່ານ Yasuo Ogata, ຮອງ​ປະທານ​ພັກ​ອມມູນິດ ຍີ່ປຸ່ນ, ອະ​ດີດສະມາ​ຊິກ​ສະພາ​ສູງ, ຢັ້ງຢືນ​ວ່າ: ພາຍ​ໃຕ້​ການ​ນຳພາ​ທີ່​ສະຫລາດ​ສ່ອງ​​ໃສ​ຂອງ​ພັກ​ກອມ​ມູນິ​ດ ຫວຽດນາມ​, ຫວຽດນາມ ບັນລຸ​ໄດ້​ຜົນງານ​ຫຼາຍ​ຢ່າງ. ຫວຽດນາມ ຈາກ​ປະ​ເທດ​ທຸກ​ຍາກ​ໄດ້​ບືນຕົວ​ຂຶ້ນ​ກາຍ​ເປັນ​ປະ​ເທດ​ມີ​ລາຍ​ຮັບ​ປານ​ກາງ. ຫວຽດນາມ ​ໄດ້​ຮັບ​ຕຳ​ແໜ່​ງແມ່ນ​ສະມາຊິກບໍ​່ປະຈຳ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສປຊ ​ແລະ ​ໄດ້​ຮັບ​ການຕີ​ລາຄາຢ່າງ​​ຕັ້ງໜ້າ​ໃນ​ຖານະ​ບົດບາດນີ້. ຫວຽດນາມ ຍັງ​ແມ່ນ​ປະ​ເທດ​ສະມາຊິກ​ເຄື່ອນ​ໄຫວຕັ້ງໜ້າ​ໃນ​ ອາຊຽນ. ພັກ​ກອ​ມມູນິດ ຍີ່ປຸ່ນ ​ເຊື່ອ​ໝັ້ນ​ວ່າ: ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ ຫວຽດນາມ ​ຍົກ​ອອກ​ນະ​ໂຍບາຍ​ໃໝ່, ​ເພື່ອ​ແນ​ໃສ່​ນຳ​ປະ​ເທດ​ສືບ​ຕໍ່​ພັດທະນາ​ໃນ​ອະນາຄົດ ​ແລະ ສວມ​ບົດບາດ​ນັບ​ມື້​ນັບ​ໃຫຍ່ຫຼວງ​ກ່ວາ​ໃນ​ເວທີ​ສາກົນ.


ຂ່າວ/ບົດ​ອື່ນ