ການນຳພັກບັນດາປະເທດສົ່ງສານອວຍພອນເລຂາທິການໃຫຍ່ຫງວຽນຟູຈ້ອງ

ການນຳພັກບັນດາປະເທດສົ່ງສານອວຍພອນເລຂາທິການໃຫຍ່ຫງວຽນຟູຈ້ອງ - ảnh 1
(ທ່ານເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​
ພັກ​ກອມ​ມູນິດ ຫວຽດນາມ ຫງວຽນຟູຈ້ອງ)

(vovworld) - ​ໃນ​ວັນ​ທີ 03/02, ປະມຸກ​ລັດ, ການ​ນຳ​ບັນດາ​ພັກ, ປະ​ເທດ​ຕ່າງໆ ​ແລະ ​ເພື່ອນ​ມິດສາ​ກົນ​ສືບ​ຕໍ່​ສົ່ງ​ສານ​ອວຍພອນທ່ານ​ເລຂາ​ທິການ​ໃຫຍ່ ຫງວຽນຟູ​ຈ້ອງ ​ເນື່ອງ​ໃນ​ໂອກາດທີ່ກອງ​ປະຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ​ເລືອກ​ຕັ້ງ​ທ່ານເປັນ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຄືນ​ໃໝ່. ​ໃນ​ນັ້ນ, ມີ​ສານ​ອວຍພອນ​ຂອງ​ທ່ານ​ປະທານາທິບໍດີ​ສະ​ພະ​ພັນ ລັດ​ເຊຍ V.Pu-tin; ທ່ານ​ນາ​ຍົກ​ລັດຖະມົນຕີ​ສະຫະພັນ ລັດ​ເຊຍ, ປະທານ​ພັກ​ການ​ເມືອງ​ທົ່ວ ລັດ​ເຊຍ “ລັດ​ເຊຍ ​ເອກະ​ພາບ” D.Medvedev; ທ່ານ​ນາງ​ປະທານາທິບໍດີ ສ.​ເກົາຫຼີ Park Geun Hye; ​ທ່ານເລຂາທິການ​ທົ່ວ​ປະ​ເທດ​ພັກ​ກອມ​ມູນິດ​ຝະລັ່ງ Pi-e Lo-rang; ທ່ານຫົວໜ້າ​ສະຖານກົງສູນ​ກິ​ຕິ​ມະ​ສັກ ຫວຽດນາມ ປະຈຳ​ແຂວງ Antwerp (​ແບນ​ຊິກ) Ba-ron do-ran Ri; ທ່ານປະທານ​ພັນທະ​ມິດ​ສະມາຊິກ​ລັດຖະສະພາ​ມິດຕະພາບ ຍີ່ປຸ່ນ - ຫວຽດນາມ Toshihiro Nikai ​ແລະ ທ່ານ​ປະທານ​ທັງ​ເປັນ​ຜູ້ອຳນວຍການ​ໃຫຍ່​ບໍລິຫານ​ອົງການ​ສົ່ງ​ເສີມ​ການ​ຄ້າ​ ຍີ່ປຸ່ນ Hi-ro-du-ki I-si-ge.

ຂ່າວ/ບົດ​ອື່ນ