ການນຳພັກ,ລັດພົບປະກັບຜູ້ມີສິດເລືອກຕັ້ງ

ການນຳພັກ,ລັດພົບປະກັບຜູ້ມີສິດເລືອກຕັ້ງ - ảnh 1
ທ່ານນາງຮອງປະທານປະເທດ ຫງວຽນທິຢວານ

(vovworld) – ກ່າ​ວຄຳ​ເຫັນ​ທີ່ການ​ຕ້ອນຮັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຕາ​ແສງ ລຽມຟອງ, ​ເມືອງ ​ແທງ​ລຽມ ​ແລະ ຕາ​ແສງ ຊວນ​ເຄ, ​ເມື​ອງ ຫຼີ​​ເຍີນ, ​ແຂວງ ຮ່າ​ນາມ ​ໃນ​ວັນ​ທີ 6/5, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວຽດນາມ ຫງວຽນ​ທິຢວານ​ ​ເນັ້ນ​ໜັກ​ວ່າ: ​ແຂວງ ຮ່າ​ນາມ ຄວນ​ຍຸ​ແຮງ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ພິ​ເສດ​ແມ່ນ​ທະວີ​ຄຸນ​ບັນດາ​ແບບຢ່າງ​ກ່ຽວ​ກັບ​ເລື່ອງ​ປະຊາຊົນ​ມອບ​ທີ່ດິນ​ເຮັດ​ທາງ​ຄົມ​ມະ​ນາ​ຄົມ​ຊົນນະບົດ, ບັນດາ​ຮູບ​ແບບ​ກໍ່ສ້າງ​ຊົນນະບົດ​ໃໝ່​ໃນ​ແຂວງ. ສຳລັບ​ບັນດາ​ຂໍ້​ສະ​ເໜີ​ອື່ນໆຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຄື: ນະ​ໂຍບາຍ​ສຳລັບ​ຜູ້​ມີ​ຄຸນງາມຄວາມດີ, ວຽກ​ງານ​ຕີ​ລາຄາ​ຍ້ອງຍໍ​ຊົມ​ເຊີຍ​ບັນດາ​ປັດ​ໄຈທີ່​ເປັນແບບຢ່າງ, ບັນດາ​ຄຳ​ຖາມ​ກ່ຽວ​ກັບ​ການ​ຖອນ​ທີ່​ດິນ​ຄືນ, ບຸກ​ເບີກ​ໜ້າ​ພຽງ, ສິດຜົນປະ​​ໂຫຍ​ດຂອງ​ປະຊາຊົນ​ເມື່ອ​ເຂົ້າ​ຮ່ວມ​ປະກັນ​ສຸຂະພາບ.​​..​ ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ​ໄດ້​ຕອບ​ບັນດາ​ຄຳ​ຖາມ​ດັ່ງກ່າວຢ່າງ​ເຖິງ​ຖອງ, ພ້ອມ​ທັງ​ຮຽກຮ້ອງ​ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ​​ຕ້ອງ​ເອົາ​ໃຈ​ໃສ່, ​ແກ້​ໄຂ​ຢ່າງ​ທັນ​ການ. ພັກ ​ແລະ ລັດ ຍາມ​ໃດ​ກໍ່​ພະຍາຍາມ​ສ້າງ​ສຳ​ເລັດ​ບັນດາ​ກົນ​ໄກ​ນະ​ໂຍບາຍ​ເພື່ອ​ພ້ອມ​ກັບ​ປະຊາຊົນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ.

    ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ ດິງ​ເທ໋ຮິງ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ພ້ອມ​ກັບ​ຄະນະ ສສຊ ​ແຂວງ ຮ່ວາ​ບິ່ງ ມີ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ກີ່​ເຊີນ ​ແລ​ະ ​ເລືອ​ງ​ເຊີນ, ​ແຂວງ ຮ່ວາ​ບີ່​ງ.

 


ຂ່າວ/ບົດ​ອື່ນ