ການນຳພັກ,ລັດພົບປະກັບຜູ້ມີສິດເລືອກຕັ້ງຂອງບາງທ້ອງຖິ່ນ

 ການນຳພັກ,ລັດພົບປະກັບຜູ້ມີສິດເລືອກຕັ້ງຂອງບາງທ້ອງຖິ່ນ - ảnh 1
ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ແຂວງ ບັກ​ນິງ
 ​ໄດ້ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງຢູ່​ເມືອງ ຢາ​ບິ່ງ
(ພາບ: TTXVN)

(vovworld) – ວັນ​ທີ 02/12, ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ແຂວງ ບັກ​ນິງ ​ໄດ້ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງຢູ່​ເມືອງ ຢາ​ບິ່ງ, ທ້ວນ​ແທ່ງ, ​ເລືອ​ງຕ່າ​ຍ ​ແລະ ​ເກ໋ວຫວໍ ​ເພື່ອ​ລາຍ​ງານ​ໝາກຜົນ​ຂອງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 10 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ຢາ​ບິ່ງ, ທ່ານ ​ໂຕ​ຮຸຍ​ເຣື໋ອ ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຜູ້ປະຈຳການ​ຄະນະ​ເລຂາ ​ເນັ້ນ​ໜັກ​ວ່າ: ນີ້​ແມ່ນ​ກອງ​ປະຊຸມ​ເກືອບ​ທ້າຍ​ອາຍຸ​ການ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ສະ​ນັ້ນ​ຈຶ່ງ​ມີ​ເນື້ອ​ໃນ​ສຳຄັນ​ຫລາຍ​ຢ່າງ. ດ້ວຍ​ນ້ຳ​ໃຈ​ຮັບຜິດຊອບ​ສູງ, ​ເຂັ້ມ​ງວ​ດຂອງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ, ກອງ​ປະຊຸມ​ສະ​ໄໝ​ສາມັນ​ໄດ້​ສຳ​ເລັດ​ບັນດາ​ເນື້ອ​ໃນ ​ລາຍການທີ່​ໄດ້​ວາງ​ອອກ​ເປັນ​ຢ່າງ​ດີ.

        ທີ່​ແຂວງ ນິງບິ່ງ, ກຳມະການ​ກົມ​ການ​ເມືອງ, ລັດຖະມົນຕີ​ວ່າການ​ກະຊວງ​ຕຳຫລວດ ​ເຈີ່ນ​ດ້າຍ​ກວາງ ພ້ອມ​ກັບ​ຄະນະສະມາຊິກສະພາ​ແຫ່ງ​ຊາດ​ແຂວງ ນິງບິ່ງ ​ໄດ້ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ບັນດາ​ເມືອງ ຍໍ​ກວານ ​ແລະ ຢາ​ຫວຽນ. ທີ່​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ຜູ້ຕາງໜ້າ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ ນິງບິ່ງ ​ໄດ້​ລາຍ​ງານ​ໝາກຜົນ​ຂອງ​ກອງ​ປະຊຸມສະ​ໄໝ​ສາມັນ​ເທື່ອ​ທີ 10 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13; ​ໂຄສະນາ​ເຜີ​ຍ​ແຜ່​ບັນດາ​ກົດໝາຍ, ມະຕິ ​ແລະ ຂໍ້​ຕົກລົງ​ອື່ນໆ ​ເຊິ່ງສະພາ​ແຫ່ງ​ຊາດ​ໄດ້​ຮັບຮອງ​ເອົາ; ​ໂຄສະນາ, ປຸກລະດົມ​ປະຊາຊົນ​ປະຕິບັດບັນດາ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ, ນະ​ໂຍບາຍ ​ແລະ ກົດໝາຍ​ຂອງ​ລັດ. ທ່ານ ລັດຖະມົນຕີ ​ເຈີ່ນ​ດ້າຍ​ກວາງ ​ໄດ້​ປະກາດ​ບັນດາ​ເລື່ອງ​ຕົ້ນຕໍ​ກ່ຽວ​ກັບ​ສະພາບ​ຄວາມໝັ້ນຄົງ​ດ້ານ​ການ​ເມືອງ​ໂລກ ກໍ​ຄື​ສະພາບ​ການ​ປະຕິບັດ​ບັນດາ​ຄາດໝາຍ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດ​ຊາດ. ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄດ້ສະ​ແດງ​ຄວາມ​ເບິີກບານ​ມວນ​ຊື່ນ ​ແລະ ​ເຊື່ອ​ໝັ້ນ​ຕໍ່ການ​ຊີ້​ນຳ​ນຳພາ​ຂອງ​ພັກ ​ແລະ ລັດ, ຖື​ວ່າ ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 10 ຫວ່າງ​ແລ້ວ​ນີ້ ມີ​ການ​ປ່ຽນ​ໃໝ່, ກ້າວໜ້າ ຫລາຍ​ຢ່າງ; ພິ​ເສດ​ແມ່ນ​ບັນ​ດາ​ວາລະ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ ​ໄດ້​ດຳ​ເນີນ​ໄປຢ່າງ​ເປີດ​ເຜີຍ ​ແລະ ປະຊາທິປະ​ໄຕ, ​ເໝາະ​ສົມ​ກັບຈິດ​ໃຈ​ຂອງ​ປະຊາຊົນ.

ຂ່າວ/ບົດ​ອື່ນ