ການນຳພັກ,ລັດ,ລັດຖະບານພົບປະກັບຜູ້ມີສິດເລືອກຕັ້ງທ້ອງຖິ່ນຕ່າງໆ

ການນຳພັກ,ລັດ,ລັດຖະບານພົບປະກັບຜູ້ມີສິດເລືອກຕັ້ງທ້ອງຖິ່ນຕ່າງໆ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ພ້ອມ​ກັບ​ຄະ​ນະ​
 ສ​ສ​ຊ ​ແຂວງ ກວາງ​ນາມ ໄດ້​ພົບ​ປະ​ກັບ ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ນີງ​ຟູ໋
(ພາບ: VGP/Hồng Hạnh)

(vovworld) - ໂດຍ​ປະ​ຕິ​ບັດ​ການ​ເຄື່ອນ​ໄຫວພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ກ່ອນ​ທີ່​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່​ອ​ທີ 9, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13, ຕອນ​ເຊົ້າ​ວັນ​ທີ 9/5, ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ ແລະ ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ (ສ​ສ​ຊ) ນະ​ຄອນ ຮ່າ​ໂນ້ຍ, ຫົວ​ໜ່ວຍ​ເລືອກ​ຕັ້ງ​ທີ 1, ໄດ້​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ບາ​ດິ່ງ. ທີ່​ການ​ພົບ​ປະ, ບັນ​ດາ ຜູ້​ມີ​ສິດ​ເລືອກ​ຕັ້ງ​ສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ບັນ​ດາ​ເນື້ອ​ໃນ​ຂອງກອງ​ປະ​ຊຸມ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຄັ້ງ​ທີ 11 ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ມາດ​ຖານ​ຂອງ​ກຳ​ມະ​ການ​ສູນ​ກາງ​ພັກ, ກົມ​ການ​ເມືອງ ແລະ ຄະ​ນະ​ເລ​ຂາ, ເຊື່ອ​ໝັ້ນ​ວ່າ​ກອງ​ປະ​ຊຸມ​ໃຫຍ່​​ຄັ້ງ​ທີ 12 ຂອງ​ພັກ​ຈະ​ເລືອກ​ເຟັ້ນ​ໄດ້​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ທີ່​ດີ​ເພື່ອ​ນຳ​ພາ​ປະ​ເທດ​ໃນ​ຊຸມ​ປີ​ຕໍ່​ໄປ.

      ວັນ​ທີ 9/5, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ພ້ອມ​ກັບ​ຄະ​ນະ​ ສ​ສ​ຊ ​ແຂວງ ກວາງ​ນາມ ໄດ້​ພົບ​ປະ​ກັບ ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ນີງ​ຟູ໋. ບັນ​ດາຜູ້​ມີ​ສິດ​ເລືອກ​ຕັ້ງ ກວາງ​ນາມ ໄດ້​ຕີ​ລາ​ຄາ​ສູງ​ການ​ເຄື່ອ​ນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ, ພ້ອມ​ທັງ​ຫວັງ​ວ່າ​ສະ​ພາ​ແຫ່ງ​ຊາດ​ຈະ​ເພີ່ມ​ທະ​ວ​ີ​ພາ​ລະ​ໜ້າ​ທີ່​ຕິດ​ຕາມກວດ​ກາກ່​ວາ​ອີກ, ພິ​ເສດ​ແມ່ນ​ສຳ​ລັບ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ຂອງ​ປະ​ເທດ​ຊາດ, ບັນ​ຫາ​ໜູນ​ຊ່ວຍ​ສັງ​ຄົມ… ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຂອບ​ອົບ​ຂອບ​ໃຈ ຜູ້​ມີ​ສິດ​ເລືອກ​ຕັ້ງ​ມີຫຼາຍ​ຄຳ​ເຫັນ​ສຸດ​ຈິດ​ສຸດ​ໃຈ, ພຸມ​ປັນ​ຍາ ແລະ ແທດ​ຈິງ, ສຸມ​ໃສ່​ເຂົ້າ​ໃນ​ເນື້ອ​ໃນ, ລາຍ​ການ​ຂອງກອງ​ປະ​ຊຸມ​ຈະ​ມາ​ເຖິງ.

      ທີ່​ການ​ພົບ​ປະ​ກັບຜູ້​ມີ​ສິດ​ເລືອກ​ຕັ້ງ ເທດ​ສະ​ບາ​ນ​ເມືອງ​ ຫວູ​ທື, ເມືອງ ຫວູ​ທື, ແຂວງ ທ໋າຍ​ບີ່ງ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮ່​ວາງ​ຈູງ​ຫາຍ ໄດ້​ປະ​ກາດ​ບາງ​ບັນ​ຫາ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ທົ່ວ​ປະ​ເທດ​ທີ່​ພົ້ນ​ເດັ່ນ​ໃນ​ໄລ​ຍະ​ຜ່ານ​ມາ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຕີ​ລາ​ຄາ​ສູງ​ບັນ​ດາ​ໝາກ​ຜົນ​ບັນ​ລຸ​ໄດ້​ໃນ​ໄລ​ຍະ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ຢູ່​ແຂວງ ທ໋າຍ​ບີ່ງ. ​ທີ່​ການ​ພົບ​ປະ, ທ່ານ​ຫົວ​ໜ້າ​ຫ້ອງວ່າ​ການ​ສະ​ພ​າ​ແຫ່ງ​ຊາດ ຫງວຽນ​ແຫ້ງ​ຟຸກ ປະ​ກາດ​​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຊາບເນື້ອ​ໃນ​ລາຍ​ການ​ເຮັດ​ວຽກ​ຂອງກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່​ອ​ທີ 9, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ຄາດ​ວ່າ​ຈະ​ຈັດ​ຕັ້ງ​ໃນ​ວັນ​ທີ 20/5 ຫາ​ວັນ​ທີ 26/6/2015.


ຂ່າວ/ບົດ​ອື່ນ