ການນຳພັກ,ລັດສົ່ງໂທລະເລກອວຍພອນອົງມົງກຸດລາຊະກຸມມານ Naruhito ຂຶ້ນຄອງບັນລັງເຈົ້າຈັກກະພັດຍີ່ປຸ່ນ

(VOVWORLD) -ຕາມການຄາດຄະເນ, ພິທີຂຶ້ນຄອງບັນລັງຂອງເຈົ້າຈັກກະພັດຍີ່ປຸ່ນ ຈະໄດ້ຈັດຕັ້ງໃນວັນທີ 22 ຕຸລາ 2019.

ການນຳພັກ,ລັດສົ່ງໂທລະເລກອວຍພອນອົງມົງກຸດລາຊະກຸມມານ Naruhito ຂຶ້ນຄອງບັນລັງເຈົ້າຈັກກະພັດຍີ່ປຸ່ນ - ảnh 1ອົງມົງກຸດລາຊະກຸມມານ Naruhito ຂຶ້ນຄອງບັນລັງເຈົ້າຈັກກະພັດຍີ່ປຸ່ນ,  ດ້ວຍນາມກະສັດ Reiwa

(ພາບ: FNN)

ວັນທີ 01 ພຶດສະພາ, ເນື່ອງໃນໂອກາດອົງມົງກຸດລາຊະກຸມມານ Naruhito ຂຶ້ນຄອງບັນລັງເຈົ້າຈັກກະພັດຍີ່ປຸ່ນ,  ດ້ວຍນາມກະສັດ Reiwa. ທ່ານ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ໄດ້ສົ່ງຈົດໝາຍອວຍພອນເຖິງເຈົ້າຈັກກະພັດຍີ່ປຸ່ນ Naruhito; ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສົ່ງໂທລະເລກອວຍພອນເຖິງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe; ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ສົ່ງໂທລະເລກອວນພອນເຖິງທ່ານປະທານສະພາສູງຍີ່ປຸ່ນ Chuichi Date ແລະ ທ່ານປະທານສະພາຕ່ຳຍີ່ປຸ່ນ Tadamori Oshima.

        ໃນຈົດໝາຍ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ເຊື່ອໝັ້ນວ່າ, ປະຊາຊົນຍີ່ປຸ່ນ ຈະຍາດໄດ້ບັນດາຜົນງານໃຫຍ່ຫຼວງກວ່າໃນພາລະກິດພັດທະນາປະເທດຊາດ ໃນສະໄໝ Reiwa ແລະ ພ້ອມກັບຄວາມເຫັນດີເຫັນພ້ອມ ແລະ ຄວາມມານະພະຍາຍາມຂອງລັດຖະບານ ແລະ ປະຊາຊົນ 2 ປະເທດ, ການພົວພັນຄູ່ຮ່ວມມືຍຸດທະສາດອັນເລິກເຊິ່ງ, ກວ້າງຂວາງ ເພື່ອສັນຕິພາບ ແລະ ຄວາມວັດທະນາຖາວອນຢູ່ອາຊີ ລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ຈະນັບມື້ນັບພັດທະນາຢ່າງມີປະສິດທິຜົນ, ແທດຈິງ.

        ຕາມການຄາດຄະເນ, ພິທີຂຶ້ນຄອງບັນລັງຂອງເຈົ້າຈັກກະພັດຍີ່ປຸ່ນ ຈະໄດ້ຈັດຕັ້ງໃນວັນທີ 22 ຕຸລາ 2019.

ຕອບກັບ

ຂ່າວ/ບົດ​ອື່ນ