ການນຳພັກ,ລັດ,ສະພາແຫ່ງຊາດໄປອວຍພອນເນື່ອງໃນໂອກາດວັນບຸນຄຼິດສະມາດແລະປີໃໝ່ສາກົນ 2021

(VOVWORLD) -ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຕີລາຄາສູງຄວາມສາມັກຄີ, ຄວາມເຫັນດີເຫັນພ້ອມຂອງບັນດາອົງການຈັດຕັ້ງສາສະໜາ

ການນຳພັກ,ລັດ,ສະພາແຫ່ງຊາດໄປອວຍພອນເນື່ອງໃນໂອກາດວັນບຸນຄຼິດສະມາດແລະປີໃໝ່ສາກົນ 2021 - ảnh 1 ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄປຢ້ຽມຢາມ ແລະ ອວຍພອນຢູ່ສຳນັກສັງຄະລາດໃຫຍ່ເຫ້ວ

(ພາບ: VGP)

ເນື່ອງໃນໂອກາດປີໃໝ່ສາກົນ 2021 ແລະ ວັນບຸນຄຼິດສະມາດ, ຕອນເຊົ້າວັນທີ 22 ທັນວາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະປະຕິບັດງານຂອງສະພາແຫ່ງຊາດໄດ້ໄປຢ້ຽມຢາມ ແລະ ອວຍພອນຢູ່ສຳນັກສັງຄະລາດໃຫຍ່ເຫ້ວ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຕີລາຄາສູງຄວາມສາມັກຄີ, ຄວາມເຫັນດີເຫັນພ້ອມຂອງບັນດາອົງການຈັດຕັ້ງສາສະໜາ; ປະຕິບັດບັນດາການກະທຳອັນສູງສົ່ງ, ສະໜັບສະໜູນປະຊາຊົນຢູ່ເຂດພາກກາງ ທີ່ເຄາະຮ້າຍຈາກໄພສຳມະຊາດ, ນ້ຳຖ້ວມ. ທ່ານນາງປະທານສະແຫ່ງຊາດ ຫງວຽນທິກິມເງິນ, ກ່າວວ່າ.

        “ໃນສະພາບທີ່ປະສົບກັບຄວາມຫຍຸ້ງຍາກນັ້ນ, ພວກຂ້າພະເຈົ້າໄດ້ຕີລາຄາສູງຄວາມສາມັກຄີ, ຮ່ວມແຮງຮ່ວມໃຈຂອງປະຊາຊົນ, ໃນນັ້ນມີບົດບາດຂອງບັນດາອົງການຈັດຕັ້ງສາສະໜາ, ພິເສດແມ່ນສະມາຄົມຄຼິດທະສາສະໜາ ແລະ ພໍ່ແມ່ຊາວຄຼິດຢູ່ແຂວງ ເທື່ອທຽນ-ເຫ້ວ ເວົ້າສະເພາະ ແລະ ທົ່ວປະເທດເວົ້າລວມ ທີ່ໄດ້ມີການສະໜັບສະໜູນ. ຜ່ານບັນດາສັງຄະນາຍົກ, ຄຸນພໍ່, ພ້ອມກັບຊາວຄຼິດ ໄດ້ສະໜັບສະໜູນບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ.”

        ແລະກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ໄດ້ໄປຢ້ຽມຢາມ ແລະ ອວຍພອນຢູ່ສຳນັກສັງຄະລາດໃຫຍ່ ດ່າລາດ ແລະ ສະມາຄົມສາສະໜາໂປແຕັກຕັງຫວຽດນາມ (ທາງພາກໃຕ້) ຢູ່ແຂວງ ເລິມດົ່ງ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ