ການນຳພັກ,ລັດຫວຽດນາມຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດລາວ,ຮອງປະທານສະພາແຫ່ງຊາດກູບາ

(vovworld)- ຕອນ​ບ່າຍ​ວັນ​ທີ 20/6, ຢູ​່  ຮ່າ​ໂນ້ຍ, ທ່ານ ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ໄດ້​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ການ​ທະ​ຫານ​ຂັ້ນ​ສູງ​ລາວ ໂດຍ ທ່ານ ຈັນ​ສະ​ໝອນ ຈັນ​ຍາ​ລາດ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອ​ງ​ກັນ​ປະ​ເທດ​ລາວ ນຳ​ຫນ້າ ພວມ​ຢ້ຽມ​ຢາມ​ຫວຽດ​ນາມ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ໄດ້​ຕີ​ລາ​ຄາ​ສູງ​ຄວາມ​ໝາຍ ແລະ ຄວາມ​ສຳ​ຄັນ​ໃນ​ການ​ຢ້ຽມ​ຢາມ, ປະ​ກອບ​ສ່ວນ​ປັບ​ປຸງ, ເພີ່ມ​ທະ​ວີ ແລະ ເຮັດ​ໃຫ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທ​ດ​ຫວຽດ​ນາມ ລາວ ໃຫ​້​ເລິກ​ເຊິ່ງກວ່າ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສະ​ເຫນີ ກະ​ຊວງ​ປ້ອ​ງ​ກັນປະ​ເທດ​ສອງ​ປະ​ເທ​ດ​ສືບ​ຕໍ່​ສົ​ມ​ທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນ, ຜັນ​ຂະ​ຫຍາຍ​ອະ​ນຸ​ສັນ​ຍາ​ທີ່​ໄດ້​ລົງ​ນາມ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ກໍ່​ສ້າງ​ເສັ້ນ​ຊາຍ​ແດນ​ຫວຽດ​ນາມ - ລາວ ໃຫ້​ກາຍ​ເປັນ​ເສ​ັ້ນ​ຊາຍ​ແດນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ແບບ​ຍື​ນ​ຍົງ, ສືບ​ຕໍ່​ໂຄ​ສະ​ນາ​ຄວາມ​ໝາຍ​ປະ​ຫວັດ​ສາດ, ຄວາມ​ສຳ​ຄັນ​ຂອງ​ການ​ພົວ​ພັນ​ແບບ​ພິ​ເສດ​ຫວຽດ​ນາມ - ລາວ ໃຫ້​ທົ່ວ​ກອງ​ທັບ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ.

ການນຳພັກ,ລັດຫວຽດນາມຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດລາວ,ຮອງປະທານສະພາແຫ່ງຊາດກູບາ - ảnh 1
(ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ
​ຕ້ອນ​ຮັບພົນ​ໂທ ຈັນ​ສະ​ໝອນ ຈັນ​ຍາ​ລາດ)


ແລະ​ກໍ່​ໃນຕອ​ນ​ບ່າຍ​ວັນ​ທີ 20/06, ຢູ່​ຮ່າ​ໂນ້ຍ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ໃຫ້​ການ​ຕ້ອນ​ຮັບພົນ​ໂທ ຈັນ​ສະ​ໝອນ ຈັນ​ຍາ​ລາດ, ລັດ​ຖະ​ມົນ​ຕ​ີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ລາວ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ພັກ​ກອມ​ມູ​ນິດ​ກຸຍ​ບາ ໂດຍ​ທ່ານ Salvador Vades Mesa, ຮອງ​ປະ​ທານ​ສະ​ພາ​ແຫ່ງ​ລັດ​ກຸຍ​ບາ ເປັນ​ຫົວ​ໜ້າ​ຄະ​ນະທີ່​ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ.

        ທີ່​ການ​ຕ້ອ​ນ​ຮັບ​ພົນ​ໂທ ຈັນ​ສະ​ໝອນ ຈັນ​ຍາ​ລາດ, ທ່ານ​ປະ​ທານ​ປະ​ເທດ ເຈີ​ນ​ດ້າຍກວາງ ຖື​ວ່າ, ການ​ຮ່ວມ​ມື​ດ້ານ​ປ​້ອງ​ກັນຊາດລະ​ຫວ່າງ 2 ປະ​ເທດ​ໃນ​ໄລ​ຍະ​ຜ່ານ​ມາ​ບັນ​ລຸ​ໄດ້​ໝາກ​ຜົນ​ອັນ​ໃຫຍ່​ຫຼວງ, ປະ​ກອບ​ສ່ວນ​ຮັກ​ສາ​ຄວາມ​ໝັ້ນ​ຄົງ, ການ​ເມືອງ, ສະ​ຖຽນ​ລະ​ພາບ​ດ້ານ​ເສດ​ຖະ​ກິດ​ສັງ​ຄົມ​ຢູ່​ແຕ່​ລ​ະ​ປະ​ເທດ. ທ່ານ​ປະ​ທານ​ປະ​ເທດ ເຈີ​ນ​ດ້າຍກວາງ ສະ​ເໜີ​ວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ 2 ປະ​ເທດ  ຕ້ອງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ແລະ ມິ​ປະ​ສິດ​ທິ​ຜົນ​ກວ່າ​ອີິກ, ເພື່ອ​ປະ​ກອບ​ສ່ວນ​ຮັດ​ແໜ້ນ​​ສາຍ​ພົວ​ພັນ​ແບບ​ພິ​ເສດ, ຄວາມ​ໄວ​້​ເນື້ອ​ເຊື່ອ​ໃຈ​ລະ​ຫວ່າງ 2 ພັກ, 2 ລັດ, ປະ​ຊາ​ຊົນ ແລະ ກອງ​ທັບ 2 ປະ​ເທດ, ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງດ​້ານ​ການ​ເມືອງ​ຢູ່​ແຕ່​ລະ​ປະ​ເທດ.

        ທີ່່​ການ​ຕ້ອນ​ຮັບ​ທ່ານ Salvador Vades Mesa, ຮອງ​ປະ​ທານ​ສະ​ພາ​ແຫ່ງ​ລັດ​ກຸຍ​ບາ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວ​າງ ປາດ​ຖະ​ໜາ​ວ່າ, ໃນ​ໄລ​ຍະ​ຈ​ະ​ມາ​ເຖິງ, 2 ຝ່າຍ​ຈະ​ປັບ​ປຸງ​ການ​ພົວ​ພັນ​ດ້ານ​ການ​ເມືອງ​ຢ່າງບໍ່​ຢຸ​ດຢັ້ງ, ພ້ອມ​ທັງ​ສຸມ​ໃສ່​ນຳ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ວິ​ທະ​ຍາ​ສາດ​ເຕັກ​ນິກ… ເຂົ້າ​ສູ່​ລວງ​ເລິກ, ຮັບ​ໃຊ້​ພາ​ລະ​ກິດ​ພັດ​ທະ​ນາ​ຂອງ​ແຕ່​ລະ​ປະ​ເທດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

ຕອບກັບ

ຂ່າວ/ບົດ​ອື່ນ