ການນຳພັກ,ລັດຫວຽດນາມອວຍພອນວັນຊາດຈີນ ແລະ Botswana

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນຊາດຂອງປະເທດສາທາລະນະລັດປະຊາຊົນຈີນ (01 ຕຸລາ 1949 – 01 ຕຸລາ 2019) ການນຳພັກ, ລັດຫວຽດນາມອວຍພອນວັນຊາດຈີນ

ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນຊາດຂອງປະເທດສາທາລະນະລັດປະຊາຊົນຈີນ (01 ຕຸລາ 1949 – 01 ຕຸລາ 2019), ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດແຫ່ງສສ.ຫວຽດນາມ ຫງວຽນຝູຈ້ອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ສົ່ງໂທລະເລກອວຍພອນເຖິງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ປະທານປະເທດແຫ່ງສປ.ຈີນ ສີຈີ້ນຜິງ, ທ່ານນາຍົກລັດຖະມົນຕີ ຫຼີເຄີຊຽງ, ທ່ານປະທານຄະນະປະຈຳສະພາຜູ້ແທນປະຊາຊົນແຫ່ງຊາດ ລິ໊ຈານຊູ.

        ເນື່ອງໃນໂອກາດນີ້, ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ, ປະທານຄະນະກຳມະການຊີ້ນຳການຮ່ວມມື 2 ຝ່າຍຫວຽດນາມ - ຈີນ ກໍ່ໄດ້ສົ່ງສານອວຍພອນເຖິງທ່ານ ຫວາງອີ, ລັດຖະມົນຕີການຕ່າງປະເທດຈີນ, ປະທານຄະນະຊີ້ນຳການຮ່ວມມື 2 ຝ່າຍຈີນ ຫວຽດນາມ.

        ວັນທີ 29 ກັນຍາ, ເນື່ອງໃນໂອກາດສະເຫຼີມສະຫຼອງ 53 ປີແຫ່ງວັນຊາດ Botswana (30 ກັນຍາ 1966 – 30 ກັນຍາ 2019), ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ໄດ້ສົ່ງໂທລະເລກອວຍພອນເຖິງທ່ານປະທານາທິບໍດີ Botswana, Mokgweetsi Masisi.

        ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ສົ່ງໂທລະເລກອວຍພອນເຖິງທ່ານລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມືສາກົນ Botswana, Unity Dow ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ