ການນຳພັກ,ລັດອວຍພອນປີໃໝ່ແລະມອບຂອງຂວັນບຸນເຕັດໃຫ້ຄອບຄົວນະໂຍບາຍ,ຄົນທຸກຍາກ

ການນຳພັກ,ລັດອວຍພອນປີໃໝ່ແລະມອບຂອງຂວັນບຸນເຕັດໃຫ້ຄອບຄົວນະໂຍບາຍ,ຄົນທຸກຍາກ - ảnh 1
ທ່ານ​ນາງ ຫງວຽນ​ທິ​ກິມ​ເງິນ, ມອບ​ຂອງ​ຂວັນຢູ່ແຂວງ​ບັກ​ຢາງ
(ພາບ: nhandan)


(vovworld) –​ ວັນ​ທີ 03/02, ທ່ານ​ນາງ ຫງວຽນ​ທິ​ກິມ​ເງິນ, ກຳ​ມະ​ການ​ກົມ​ການ​ເມື​ອງ, ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ພ້​ອມ​ກັບ​ການ​ນຳ​ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ, ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົ​ມ, ສະ​​ພາ​ກາ​ແດງ​ຫວຽນາມ ໄດ້​ລົງ​ຢ້ຽມ​ຢາມ ແລະ ມອບ​ຂອງ​ຂວັນ​ 500 ພູດ​ໃຫ້​ບັນ​ດາ​ເປົ້າ​ໝາຍ​ນະ​ໂຍ​ບາຍ, ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ ຢູ່​ຕາ​ແສງ ຈິ໋​ອຽນ, ເມືອ​ງ​ອຽນ​ຢຸງ, ແຂວງ​ບັກ​ຢາງ. ກ່າວ​ຄຳ​ເຫັນ​ຢູ່​ທີີ່ນ​ີ້, ທ່ານ​ນາງ ຫງວຽນ​ທິ​ກິມ​ເງິນ ເນັ້ນ​ໜັກ​ວ່າ, ຍາມ​ໃດ​ພັກ ແລະ​ ລັດ​ກໍ່​​ເອົາ​ໃຈ​ໃສ່​ເຖິງ​ຂັ້ນ​ຮາກ​ຖານ, ເບິ່ງ​ແຍງ​ດູ​ແລ​ໃຫ້​ປະ​ຊາ​ຊົນ​ຕ້ອນ​ຮັບ​ບຸນ​ເຕັດ​ຢ່າງ​ອົບ​ອຸ່ນ, ມ່ວນ​ເຊື່​ນ, ພິ​ເສດ​ແມ່ນ​ຜ​ູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ການ​ປະ​ຕິ​ວັດ, ຄອບ​ຄົວ​ນະ​ໂຍ​ບາຍ ແລະ ປະ​ຊ​າ​ຊົນ​ທີ່​ຍັງປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ.

      ແລະ​ໃນ​ໂອ​ກາດບຸນ​ເຕັດ​ປີ​ວອກ 2016, ຄະ​ນະ​ກຳ​ມະ​ການ​​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ນະ​ຄອນ​ດ່ານັ້ງ ໄດ້​ຂົ​ນ​ຂວາຍຈຳ​ນວນ​ເງິນກວ່າ 5 ຕື້​ດົ່ງ ເພື່ອມອບ​ຂອງ​ຂວັນ​ບຸນ​ເຕັດ​ໃຫ້​ຄອບ​ຄົວ​ທ​ຸກ​ຍາກ. ໃນ​ໂອ​ກາດນີ້, ຄະ​ນະ​ກຳ​ມະ​ການ​ເມືອງ ລຽນ​ຈຽວ ກໍ​ສະ​ຫງວນ​ຂອງ​ຂວັນ 500 ພູດ ໜູນ​ຊ່ວຍພໍ່​ແມ່​ປະ​ຊາ​ຊົນ​ບ້ານ​ຮ່​ວາ​ເວີນ ແລະ ຄົນ​ທຸກ​ຍາກ​ເກ​ັບ​ຂີ້​ເ​ຫຍື່ອຢູ່​ເຂດ​ເກ​ັບ​ຂີ້​ເຫຍື່ອ ແຄ໋ງ​ເຊີ​ນ.

ຂ່າວ/ບົດ​ອື່ນ