ການນຳພັກ,ລັດເຂົ້າຄຳນັບສຸສານປະທານໂຮ່ຈິມິນເນື່ອງໃນໂອກາດວັນຄ້າຍວັນເກີດ 125 ປີຂອງເພີ່ນ

ການນຳພັກ,ລັດເຂົ້າຄຳນັບສຸສານປະທານໂຮ່ຈິມິນເນື່ອງໃນໂອກາດວັນຄ້າຍວັນເກີດ 125 ປີຂອງເພີ່ນ - ảnh 1
ການ​ນຳ​ພັກ, ລັດ​ເຂົ້າຄຳນັບ​ສຸສານ​ປະທານ​ໂຮ່ຈິ​ມິນ
​ເນື່ອງ​ໃນ​ໂອກາດ​ວັນ​ຄ້າຍ​ວັນ​ເກີດ 125 ປີ​ຂອງ​ເພີ່ນ
(ພາບ: TTXVN)

​(vovworld) – ຕອນ​ເຊົ້າ​ວັນ​ທີ 18/05, ຄະນະ​ຜຸູ້​ແທນ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ປະທານ​ປະ​ເທດ, ລັດຖະບານ​, ສະພາ​ແຫ່ງ​ຊາດ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ວາງ​ພວງມາລາ, ​ເຂົ້າຄຳນັບ​ອາ​ໄລ​ຫາປະທານ​ໂຮ່ຈິ​ນິນ ເນື່ອງ​ໃນ​ໂອກາດ​ວັນ​ຄ້າຍ​ວັນ​ເກີດ 125 ປີ​ຂອງ​ເພີ່ນ (19/05/1890 – 19/05/2015). ​ເຂົ້າ​ຮ່ວມ​ພິທີອາ​ໄລ​ຫາມີ​ ທ່ານ​ເລຂາທິການ​​ໃຫຍ່ ຫງວຽນ​ຟູ​ຈ້ອງ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິ່ງຮຸ່ງ; ທ່ານປະທານຄະນະ​ກຳມະການ​ສູນ​ກາງ​​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີ​ນ. ທ່ານ​ອະ​ດີດ​ເລຂາທິການ​ໃຫຍ່ ນົງ​ດຶກ​ແມ້ງ ​ແລະ ​ເລຂາ​ຟຽວ, ອະດີດ​ປະທານ​ປະ​ເທດ ​ເຈີ​ນດຶກ​ເລືອ​ງ ​ແລະ ບັນດາ​ອະດີດ​ການ​ນຳ​ພັກ, ລັດ, ບັນດາ​ນັກ​ປະຕິວັດ​ອາວຸ​ໂສ ​ແລະ ການ​ນຳ​ກະຊວງ, ຄະນະ, ຂະ​ແໜງ​ການ, ອົງການ​ຈັດ​ຕັ້ງ​ຂັ້ນສູນ​ກາງ ພ້ອມ​ກັນ​ເຂົ້າ​ຮ່ວມ. ທີ່​ພິທີອາ​ໄລ​ຫາ, ບັນດາ​ການ​ນຳ​ພັກລັດ ​ໄດ້​ສະ​ແດງ​ຄວາມ​ເຄົາລົບນັບຖື ​ແລະ ​ຮູ້​ບຸນ​ຄຸນ​ຕໍ່​ປະທານ​ໂຮ່ຈິ​ມິນ, ຜູ້​ທີ່​ໄດ້​ກໍ່​ຕັ້ງ ​ແລະ ຝຶກ​ຝົນ​ຫຼໍ່​ຫຼອມ​ພັກ​ກອມ​ມູນິດ​ຫວຽດນາມ ກໍ່​ຄື​ການ​ປະກອບ​ເຫຮື່ອ​ແຮງຂອງ​ເພີ່ມ​ທີ່​ມີ​ຕໍ່​ພາລະກິດ​ປະຕິວັດ​ຂອງ​ພັກ ​ແລະ ຊາດ​ຫວຽດນາມ.

      ຕໍ່​ຈາກ​ນັ້ນ, ຄະນະ​ຜູ້​ແທນ​ໄດ້​​ວາງ​ພວງມາລາ ​ແລະ ອາ​ໄລ​ຫາ​ບັນດາ​ນັກຮົບ​ທີ່​ເສຍ​ສະ​ຫຼະຊີວິດ​ເພື່ອ​ຊາດຢູ່​ເຂດ​ອະນຸສາວ​ະລີ​ບັນດາ​ນັກຮົບ​ທີ່​ເສຍ​ສະ​ຫຼະຊີວິດ​ເພື່ອ​ຊາດ.

      ຕອນ​ເຊົ້າ​ວັນ​ດຽວ​ກັນ, ບັນດາ​ຄະນະ​ຄື: ຄະນະ​ພັກ​ການ​ເມືອງສູນ​ກາງ ​ແລະ ກະຊວງ​ປ້ອງ​ກັນ​ປະ​ເທດ, ຄະນະ​ພັກຕ​ຳຫຼວ​ດສູນ​ກາງ ​ແລະ ກະຊວງ​ຕຳຫຼວດ, ນະຄອນ​ຮ່າ​ໂນ້ຍ… ​ໄດ້​ມາ​ວາງ​ພວມ​ມາລາ, ​ເຂົ້າຄຳນັບອາ​ໄລ​ຫາປະ​ທານ​​ໂຮ່ຈິ​ມິນ, ​ວາງ​ພວງມາລາຢູ່​ເຂດ​ອະນຸສາວ​ະລີ​ບັນດາ​ນັກຮົບ​ທີ່​ເສຍ​ສະ​ຫຼະຊີວິດ​ເພື່ອ​ຊາດ.

ຂ່າວ/ບົດ​ອື່ນ