ການນຳພັກ,ລັດເຂົ້າສຸສານໄວ້ອາໄລປະທານໂຮ່ຈິມິນ

(VOVWORLD) -ຕອນເຊົ້າວັນທີ 01 ກັນຍາ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ໄປວາງພວງມາລາ ແລະ ເຂົ້າສຸສານໄວ້ອາໄລປະທານໂຮ່ຈິມິນ

ການນຳພັກ,ລັດເຂົ້າສຸສານໄວ້ອາໄລປະທານໂຮ່ຈິມິນ - ảnh 1 ການນຳພັກ,ລັດເຂົ້າສຸສານໄວ້ອາໄລປະທານໂຮ່ຈິມິນ

(ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນປະຕິວັດເດືອນສິງຫາ (19 ສິງຫາ 1945 – 19 ສິງຫາ 2017) ແລະ ວັດຊາດສສ.ຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2017). ເຂົ້າຮ່ວມພິທີໄວ້ອາໄລມີທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ; ທ່ານປະທານປະເທດ ເຈີນດ້າຍກວາງ; ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ; ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ. ຄະນະຜູ້ແທນໄດ້ອາໄລຫາຄຸນງາມຄວາມດີອັນໃຫຍ່ຫຼວງຂອງປະທານໂຮ່ຈິມິນ. ຜູ້ທີ່ໄດ້ອຸທິດຕະຫຼອດຊີວິດຂອງຕົນເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ສ້າງສາປະເທດຫວຽດນາມ ເອກະລາດ, ເອກະພາບ.

        ຕໍ່ຈາກນັ້ນ, ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ໄດ້ໄປວາງພວງມາລາ ແລະ ອາໄລຫາບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ອະນຸສາວະລີບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ຢູ່ຖະໜົນ ບັ໋ກເຊີນ, ຮ່າໂນ້ຍ.

        ແລະກໍໃນວັນດຽວກັນ, ບັນດາຄະນະຜູ້ແທນຂອງຄະນະພັກການທະຫານສູນກາງ ແລະ ກະຊວງປ້ອງກັນປະເທດ, ຄະນະພັກຕຳຫຼວດສູນກາງ ແລະ ກະຊວງຕຳຫຼວດ, ກະຊວງການຕ່າງປະເທດ, ຄະນະພັກນະຄອນ, ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ… ກໍໄດ້ໄປວາງພວງມາລາ ແລະ ເຂົ້າສຸສານໄວ້ອາໄວປະທານໂຮ່ຈິມິນ; ວາງພວງມາລາ ແລະ ອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຢູ່ອະນຸສາວະລີນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ