ການນຳພັກ,ລັດເຂົ້າສຸສານໄຫວ້ອາໄລປະທານໂຮ່ຈີມິນໃນໂອກາດບຸນເຕັດປີມະແມ2015

ການນຳພັກ,ລັດເຂົ້າສຸສານໄຫວ້ອາໄລປະທານໂຮ່ຈີມິນໃນໂອກາດບຸນເຕັດປີມະແມ2015 - ảnh 1
ການນຳພັກ,ລັດເຂົ້າສຸສານໄຫວ້ອາໄລປະທານໂຮ່ຈີມິນ
ໃນໂອກາດບຸນເຕັດປີມະແມ 2015
(ພາບປະ​ກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 14/2, ຄະນະ​ຜູ້​ແທນ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ປະທານ​ປະ​ເທດ, ສະພາ​ແຫ່ງ​ຊາດ, ລັດຖະບານ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ໄດ້​ວາງ​ພວງມາລາ, ເຂົ້າ​ສຸສານ​ໄຫວ້​ອາ​ໄລ​ປະທານ​ໂຮ່ຈີ​ມິນ​ໃນ​ໂອກາດ​ບຸນ​ເຕັດ​ປີ​ມະ​ແມ 2015. ຕໍ່​ຈາກ​ນັ້ນ, ຄະນະ​ຜູ້​ແທນ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ປະທານ​ປະ​ເທດ, ສະພາ​ແຫ່ງ​ຊາດ, ລັດຖະບານ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ວາງ​ພວງມາລາ​ອາ​ໄລ​ຫາ​ບັນດາ​ວິລະ​ຊົນ​ທີ່​ເສຍ​ສະຫຼະ​ຊີວິດ​ເພື່ອ​ຊາດ​ທີ່​ອະນຸສາວະລີບັນດາ​ວິລະ​ຊົນ​ທີ່​ເສຍ​ສະຫຼະ​ຊີວິດ​ເພື່ອ​ຊາດ. ຕອນ​ເຊົ້າ​ຂອງ​ວັນ​ດຽວ​ກັນ, ຄະນະ​ຜູ້​ແທນ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ປະທານ​ປະ​ເທດ, ສະພາ​ແຫ່ງ​ຊາດ, ລັດຖະບານ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໂດຍ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ເປັນ​ຫົວໜ້າ​ຄະນະ ​ໄດ້​ໄປ​ວາງ​ພວງມາລາ, ຖະຫວາຍ​ທູບ​ທຽນ ​ແລະ ອາ​ໄລ​ຫາ​ບັນດາ​ວິລະ​ຊົນ​ທີ່​ໄດ້​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ບັນດາ​ນັກ​ປະຕິວັດ​ຜູ້​ອາວຸ​ໂສ, ການ​ນຳ​ຂັ້ນ​ສູງ​ຂອງ​ພັກ, ລັດ​ຢູ່​ເຂດ​ສຸສານ​ມາຍ​ຢິກ - ຮ່າ​ໂນ້ຍ.

ຂ່າວ/ບົດ​ອື່ນ