ການນຳພັກລັດເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ທ້ອງຖິ່ນຕ່າງໆ

(VOVWORLD) -ເນື່ອງໃນໂອກາດນີ້, ທ່ານ ຫວໍວັນເຖືອງ ໄດ້ມອບຂອງຂວັນໃຫ້ແກ່ບັນດາຄອບຄົວນະໂຍບາຍດີເດັ່ນໃນບໍລິເວນ.
ການນຳພັກລັດເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ທ້ອງຖິ່ນຕ່າງໆ - ảnh 1(ທ່ານ ຫວໍວັນເຖືອງ ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປະວງຊົນທັງຊາດຢູ່ເມືອງ ວັນອຽນ)

ຕອນເຊົ້າວັນທີ 15 ພະຈິກ, ຢູ່ຕາແສງ ເຕີນເຮີບ, ເມືອງ ວັນອຽນ, ແຂວງ ອຽນບາຍ ໄດ້ຈັດພິທີຕ້ອນຮັບໃບຢັ້ງຢືນຕາແສງບັນລຸມາດຖານຊົນນະບົດໃໝ່ ແລະ ວັນບຸນມະຫາສາມັກຄີທົ່ວປະວງຊົນທັງຊາດ ປີ 2021.

        ເນື່ອງໃນໂອກາດນີ້, ທ່ານ ຫວໍວັນເຖືອງ ໄດ້ມອບຂອງຂວັນໃຫ້ແກ່ບັນດາຄອບຄົວນະໂຍບາຍດີເດັ່ນໃນບໍລິເວນ. ການນຳຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ການນຳແຂວງ ອຽນບາຍ ໄດ້ມອບຂອງຂວັນໃຫ້ບ້ານ ແລະ ຄວບຄົວດີເດັ່ນໃນຂະບວນການມະຫາສາມັກຄີທົ່ວປວງຊົນທັງຊາດ; ບັນດາຄອບຄົວດີເດັ່ນບືນຕົວຂຶ້ນຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ຄອບຄົວທຸກຍາເປັນພິເສດໃນບໍລິເວນແຂວງ.

        ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານຫົວໜ້າຄະນະກວດກາສູນກາງ ເຈິ່ນເກິມຕູ ໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປະວງຊົນທັງຊາດຢູ່ ບ້ານ ຝູເລິມ, ຕາແສງ ຝູຍ້ວນ, ເມືອງ ບາວທັງ, ແຂວງ ລາວກາຍ. ໃນຂອບເຂດວັນບຸນນີ້, ທ່ານ ເຈິ່ນເກິມຕູ ໄດ້ມອບຂອງຂວັນທີ່ມີຄວາມໝາຍໃຫ້ແກ່ປະຊາຊົນຢູ່ທີ່ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ