ການນຳພັກແຮງງານ ອັງກິດ ໃຫ້ຄຳໝັ້ນສັນຍາສະກັດກັ້ນ Brexit ທີ່ບໍ່ມີຂໍ້ຕົກລົງ

(VOVWORLD) - ວັນທີ 28 ກໍລະກົດ, ການນຳພັກແຮງງານຝ່າຍຄ້ານຢູ່ ອັງກິດ, ທ່ານ Jeremy Corbyn ຖະແຫຼງວ່າ ພັກນີ້ ຈະເຮັດທຸກສິ່ງທຸກຢ່າງເພື່ອອາດຈະສະກັດກັ້ນກໍລະນີ ອັງກິດ ຖອນຕົວອອກຈາກສະຫະພາບ ເອີຣົບ (Brexit) ທີ່ບໍ່ບັນລຸໄດ້ຂໍ້ຕົກລົງສະບັບໃດໆ. 

ກ່າວຄຳເຫັນຕໍ່ສຳນັກຂ່າວສານ Sky News ກ່ຽວກັບແງ່ຫວັງຊຸກຍູ້ການປ່ອນບັດໄຮ້ຄວາມໄວ້ວາງໃຈໃນລັດຖະບານ, ທ່ານ Corbyn ເວົ້າວ່າ ທ່ານຈະ “ພິຈາລະນາສະພາບການ” ເມື່ອສະພາແຫ່ງຊາດ ອັງກິດ ກັບຄືນສູ່ການເຮັດວຽກໃນເດືອນ ກັນຍາ ຈະມາເຖິງ, ພາຍຫລັງໄລຍະພັກແລ້ງ.

ການນຳພັກແຮງງານ ອັງກິດ ໃຫ້ຄຳໝັ້ນສັນຍາສະກັດກັ້ນ Brexit ທີ່ບໍ່ມີຂໍ້ຕົກລົງ - ảnh 1ທ່ານ Jeremy Corbyn  (ພາບ: AFP/TTXVN)

        ໃນຂະນະນັ້ນ, ທ່ານ Sajid Javid ລັດຖະມົນຕີຄົນໃໝ່ຂອງກະຊວງການເງິນ ອັງກິດ ໃຫ້ຮູ້ວ່າ: ທ່ານຈະປະກາດແຜນການໃຊ້ຈ່າຍມີມູນຄ່າປະມານ 1 ຕື້ປອນ (ສະກຸນເງິນ ອັງກິດ) ເພື່ອກະກຽມໃຫ້ແກ່ກໍລະນີ Brexit ບໍ່ມີຂໍ້ຕົກລົງໃນເດືອນ ຕຸລາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ