ການນຳລັດ ແລະ ລັດຖະບານຕ້ອນຮັບປະທານສະພາແຫ່ງຊາດກູບາ Esteban Lazo Hernandez

(VOVWORLD) -ຕອນບ່າຍວັນທີ 12ມີຖຸນາ ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມເຈີນດ້າຍກວາງກໍໄດ້ໃຫ້ການຕ້ອນຮັບປະທານສະພາແຫ່ງຊາດກູບາ Esteban Lazo Hernandez ພວມຢ້ຽມຢາມຫວຽດນາມ
ການນຳລັດ ແລະ ລັດຖະບານຕ້ອນຮັບປະທານສະພາແຫ່ງຊາດກູບາ Esteban Lazo Hernandez - ảnh 1 ທ່ານປະທານປະເທດຫວຽດນາມເຈີນດ້າຍກວາງ ແລະ ທ່ານປະທານສະພາແຫ່ງຊາດກູບາ Esteban Lazo Hernandez

ທ່ານປະທານປະເທດຫວຽດນາມເຈີນດ້າຍກວາງຢືນຢັນຄວາມຕັດສິນໃຈສະໜັບສະໜູນ ແລະ ເພີ່ມທະວີສາຍພົວພັນສາມັກຄີ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ. ທ່ານປະທານປະເທດຫວຽດນາມເຈີນດ້າຍກວາງ ຖືວ່າ ການການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ 2 ຝ່າຍລະຫວ່າງ 2 ປະເທດເຖິງວ່າ ຍັງດີພໍສົມຄວນກໍຕາມ ແຕ່ 2 ປະເທດມີທ່າແຮງບົ່ມຊ້ອນຫຼາຍຢ່າງເພື່ອຂຸດຄົ້ນຮັບໃຊ້ກິດຈະການພັດທະນາຢູ່ແຕ່ລະປະເທດ. 2 ຝ່າຍຄວນຮັກສາການຮ່ວມມືໃນບັນດາເວທີປາໄສຫຼາຍຝ່າຍ ແລະ ສາກົນ.

ການນຳລັດ ແລະ ລັດຖະບານຕ້ອນຮັບປະທານສະພາແຫ່ງຊາດກູບາ Esteban Lazo Hernandez - ảnh 2 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານປະທານສະພາແຫ່ງຊາດກູບາ Esteban Lazo Hernandez

    ແລະ ກໍໃນຕອນບ່າຍວັນທີ 12ມີຖຸນາ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໄດ້ໃຫ້ການຕ້ອນຮັບປະທານສະພາແຫ່ງຊາດກູບາ Esteban Lazo Hernandez ພວມຢ້ຽມຢາມຫວຽດນາມ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກຊີ້ແຈ້ງວ່າ ຫວຽດນາມສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ແກ່ການພົວພັນຮ່ວມມື 2 ຝ່າຍ. ຫວຽດນາມໝັ້ນໝາຍຈະສະໜອງເຂົ້າສານຍາວນານໃຫ້ແກ່ກູບາ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຖືວ່າ 2 ຝ່າຍຄວນຮັກສາການຮ່ວມມືໃນບັນດາເວທີປາໄສຫຼາຍຝ່າຍ ແລະ ສາກົນ. ໃນໄລຍະທີ່ຈະມາເຖິງ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກສະເໜີ 2 ປະເທດສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ, ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ.

   ສ່ວນທ່ານປະທານສະພາແຫ່ງຊາດກູບາ Esteban Lazo Hernandez ມີຄວາມຫວັງຢາກຊຸກຍູ້ການພົວພັນຮ່ວມມືທາງດ້ານເສດຖະກິດ-ການຄ້າລະຫວ່າງ 2 ປະເທດໃຫ້ທັດທຽມກັບລະດັບການພົວພັນທາງດ້ານການເມືອງໃນປະຈຸບັນ. ກູບາພວມສ້າງລະບອບກົດໝາຍກ່ຽວກັບເສດຖະກິດ, ການລົງທຶນໃຫ້ສົມບູນແບບເພື່ອດຶງດູດບັນດານັກລົງທຶນ, ວິສາຫະກິດຫວຽດນາມເຂົ້າມາລົງທຶນ, ທຳມາຄ້າຂາຍຢູ່ກູບາ. 

ຕອບກັບ

ຂ່າວ/ບົດ​ອື່ນ