ການ​ນຳ​ລັດ​ຖະ​ບານ ກວດ​ກາ, ຊີ້​ນຳ​ການແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ພະ​ຍຸ Yagi ຢູ່​ທ້ອງ​ຖິ່ນ​ຕ່າງໆ

(VOVWORLD) -  ພາຍຫຼັງລົງກວດກາວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກພະຍຸ Yagi ຢູ່ແຂວງ ກວ໋າງນິງ, ວັນທີ 08 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ລົງໄປນະຄອນ ຫາຍຟ່ອງ, ເຊິ່ງເປັນໜຶ່ງໃນບັນດາທ້ອງຖິ່ນທີ່ຖືກພະຍຸພັດຖະຫຼົ່ມຢ່າງຮ້າຍແຮງ, ຖືກຜົນເສຍຫາຍຢ່າງໜັກໜ່ວງທີ່ສຸດ. ມີ 2 ຄົນເສຍຊີວິດ, ເຮືອນປະຊາຊົນ ນັບຮ້ອຍຫຼັງ ແລະ ໂຮງຮຽນ, ສຳນັກງານອົງການຫຼາຍແຫ່ງຖືກເປ່ເພ; ຕົ້ນໄມ້ຫັກລົ້ມກວ່າ 6.000 ກົກ; ເນື້ອທີ່ນາ ແລະ ພືດຜັກ 16.735 ເຮັກຕາ ແລະ ເນື້ອທີ່ປູກລ້ຽງສິນໃນນ້ຳ 48 ເຮັກຕາ ຖືກຜົນກະທົບ.
ການ​ນຳ​ລັດ​ຖະ​ບານ ກວດ​ກາ, ຊີ້​ນຳ​ການແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ພະ​ຍຸ Yagi ຢູ່​ທ້ອງ​ຖິ່ນ​ຕ່າງໆ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ການເຮັດວຽກກັບການນຳນະຄອນ ຫາຍຟ່ອງ (ພາບ: VOV)

ພາຍຫຼັງທີ່ລົງກວດກາບາງສະຖານທີ່, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຮັດວຽກກັບການນຳນະຄອນ ຫາຍຟ່ອງ. ທ່ານຮຽກຮ້ອງໃຫ້ສືບຕໍ່ສຳຫຼວດກວດກາ, ເກັບກຳສະຖິຕິຢ່າງຢ່າງຄົບຖ້ວນ, ຊັດເຈນກ່ຽວກັບບັນດາຜົນເສຍຫາຍ, ວາງອອກແຜນການຈັດຕັ້ງຜັນຂະຫຍາຍການຊ່ວຍເຫຼືອບັນດາຄອບຄົວຖືກເສຍຫາຍ, ໂດຍສະເພາະແມ່ນບັນດາຄອບຄົວທີ່ມີຄົນເສຍຊີວິດ, ຖືກບາດເຈັບ. ພ້ອມດຽວກັນນັ້ນ, ລະດົມບັນດາກຳລັງສືບຕໍ່ເຂົ້າຮ່ວມການປັດກວາດເຮັດອະນາໄມ, ທຳຄວາມສະອາດສິ່ງແວດລ້ອມ; ກວດກາ, ຮັບປະກັນຄວາມປອດໄພດ້ານສະບຽງອາຫານ; ແກ້ໄຂບັນຫາຂາດໄຟຟ້າ, ຂາດສັນຍານໂທລະຄົມມະນາຄົມຂາດໃຫ້ແລ້ວໄວເທົ່າທີ່ຈະໄວໄດ້; ຮີບເຮັ່ງສ້ອມແປງບັນດາຮາກຖານການສຶກສາ, ສາທາລະນະທີ່ຖືກເປເພເພື່ອໃຫ້ນັກຮຽນສາມາດໄປເຂົ້າຮຽນຄືນໄດ້ຍິ່ງໄວກໍຍິ່ງດີ, ຮັບປະກັນບ່ອນກວດປິ່ນປົວພະຍາດໃຫ້ແກ່ປະຊາຊົນ. ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ນະຄອນ ສະເໜີບັນດານະໂຍບາຍໜູນຊ່ວຍກ່ຽວກັບການກູ້ຢືມທຶນ, ອັດຕາດອກເບ້ຍ, ຕໍ່ກຳນົດເວລາ, ໂຈະ ຫຼື ດັດປັບ, ຍົກເວັ້ນ, ຫຼຸດຜ່ອນພາສີອາກອນ, ຄ່າທຳນຽມ... ເພື່ອຊ່ວຍເຫຼືອປະຊາຊົນ, ວິສາຫະກິດເພື່ອຟື້ນຟູການຜະລິດ, ດຳເນີນທຸລະກິດ.

        ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ສູນກາງ ຈະໜູນຊ່ວຍ ຫາຍຟ່ອງ 100 ຕື້ດົ່ງ (4,3 ລ້ານດົ່ງ USD) ແລະ ປາດຖະໜາວ່າ ຫາຍຟ່ອງ ຈະສືບຕໍ່ເສີມຂະຫຍາຍຈິດໃຈກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກພະຍຸຝົນຕົກ, ນຳທຸກການເຄື່ອນໄຫວກັບຄືນສູ່ສະພາບເປັນປົກກະຕິ.

        ກໍໃນວັນທີ 08 ກັນຍາ, ບັນດາຮອງນາຍົກລັດຖະມົນຕີ ກໍໄດ້ລົງກວດກາວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກພະຍຸ Yagi ຢູ່ບາງທ້ອງຖິ່ນ. ເມື່ອລົງກວດກາ, ຢື້ຢາມຖາມຂ່າວເຖິງຊີວິດການເປັນຢູ່, ສະພາບການຜະລິດຂອງພໍ່ແມ່ປະຊາຊົນຢູ່ແຂວງ ຫາຍເຢືອງ, ທ່ານຮອງນາຍົກລັດຖະມົນຕີ ເລແທັ່ງລອງ ຊີ້ແຈ້ງວ່າ:

        “ພວກເຮົາໄດ້ກະກຽມຢ່າງລອບຄອບຖີ່ຖ້ວນພໍສົມຄວນ, ຫ້າມປະຊາຊົນອອກທະເລ, ມີການແຈ້ງເຕືອນໄພລ່ວງໜ້າ, ສະນັ້ນ, ການເສຍຫາຍກ່ຽວກັບຊີວິດອິນຊີກໍໜ້ອຍກວ່າ ເມື່ອທຽບໃສ່ພະຍຸລູກກ່ອນ ແຕ່ການເສຍຫາຍດ້ານວັດຖຸແມ່ນໜັກໜ່ວງທີ່ສຸດ. ນາຍົກລັດຖະມົນຕີ ໄດ້ຕົກລົງມອບບ້ວງເງິນຊ່ວຍເຫຼືອໃຫ້ບັນດາແຂວງທີ່ຖືກຜົນກະທົບ ເພື່ອແກ້ໄຂສະພາບຄວາມເສຍຫາຍ, ແບ່ງປັນ, ລະດົມກຳລັງໃຈພໍ່ແມ່ປະຊາຊົນ”.

        ຕາມກົມກູ້ໄພກູ້ຊີບ, ກົມໃຫຍ່ເສນາທິການ, ກະຊວງປ້ອງກັນປະເທດ ຫວຽດນາມ ແລ້ວ, ໄລ່ຮອດປັດຈຸບັນ, ພະຍຸ Yagi ໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຫາຍສາບສູນ 24 ຄົນ ແລະ ຜູ້ຖືກບາດເຈັບເກືອບ 230 ຄົນ. ກ່ຽວກັບຊັບສິນທີ່ຖືກເສຍຫາຍໃນເບື້ອງຕົ້ນ ມີນັບສິບພັນຫຼັງຄາເຮືອນຖືກເປເພ, ຕົ້ນໄມ້ນັບສິບພັນກົກຖືກລົ້ມຫັກ ແລະ ເນື້ອທີ່ປູກຜັກພືດນັບພັນເຮັກຕາຖືກ ທຳລາຍ.

ຕອບກັບ

ຂ່າວ/ບົດ​ອື່ນ