ການ​ນຳ​ລັດ​ຖະ​ບານ, ສະ​ພາ​ແຫ່ງ​ຊາດ​ລົງຢື້​ຢາມ​ຖາມ​ຂ່າວ ມອບ​ຂອງ​ຂວັນ​ບຸນ​ເຕັດ​ໃຫ້​ແກ່​ບັນ​ດາ​ທ້ອງ​ຖິ່ນ

(VOVWORLD) -ແລະກໍ່ໃນວັນດຽວກັນ, ຢູ່ແຂວງຝຸເທາະ, ທ່ານ ໂດບ໊າຕິ ຮອງປະທານສະພາແຫ່ງຊາດ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນບຸນເຕັດເພື່ອຄົນທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ.
ການ​ນຳ​ລັດ​ຖະ​ບານ, ສະ​ພາ​ແຫ່ງ​ຊາດ​ລົງຢື້​ຢາມ​ຖາມ​ຂ່າວ ມອບ​ຂອງ​ຂວັນ​ບຸນ​ເຕັດ​ໃຫ້​ແກ່​ບັນ​ດາ​ທ້ອງ​ຖິ່ນ - ảnh 1ທ່ານ ເຈືອງຮ່ວາບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ມອບຂອງຂວັນໃຫ້ແກ່ປະຊາຊົນ ທຸກຍາກ

ວັນທີ 3 ກຸມພາ, ທ່ານ ເຈືອງຮ່ວາບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ໄດ້ລົງຢືຢາມຖາມຂ່າວ, ອວຍພອນບຸນເຕັດ ແລະ ມອບຂອງຂວັນໃຫ້ແກ່ຄອບຄົວທຸກຍາກ, ເດັກພິການໃນແຂວງຊອກຈັງ.

        ທ່ານຮອງນາຍົກລັດຖະມົນຕີ ໄດ້ຮັບຮູ້ ແລະ ຍ້ອງຍໍສັນລະເສີນບັນດາຜົນງານເຊິ່ງ ອົງຄະນະພັກ ແລະ ປະຊາຊົນແຂວງຊອກຈັງ ບັນລຸໄດ້ໃນຊຸມປີຜ່ານມາ ເຊິ່ງໄດ້ປະຕິບັດ ຂະບວນການ “ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ - ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ” ເປັນຢ່າງດີ. ບັນດາການເຄື່ອນໄຫວມຸ່ງໄປສູ່ຜູ້ທຸກຍາກ, ຊ່ວຍເຫຼືອ, ແບ່ງປັນ, ຮັບປະກັນຄອບຄົວທຸກຍາກ, ຄອບຄົວເກືອບທຸກຍາກ, ຄອບຄົວປະສົບກັບຄວາມຫຍຸ້ງຍາກມີເງື່ອນໄຂຕ້ອນຮັບບຸນເຕັດ.

        ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ໄດ້ສະເໜີໃຫ້ພໍ່ແມ່ປະຊາຊົນແຂວງຊອກຈັງ ຕ້ອນຮັບບຸນເຕັດ ແຕ່ຕ້ອງເປັນເຈົ້າການໃນການສົມທົບກັບອຳນາດການປົກຄອງທຸກຂັ້ນ ປະຕິບັດວຽກງານ ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຕາມຂໍ້ສະເໜີຂອງ ຂະແໜງສາທາລະນະສຸກໃຫ້ເປັນຢ່າງດີ.

        ແລະກໍ່ໃນວັນດຽວກັນ, ຢູ່ແຂວງຝຸເທາະ, ທ່ານ ໂດບ໊າຕິ ຮອງປະທານສະພາແຫ່ງຊາດ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນບຸນເຕັດເພື່ອຄົນທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ.

ຕອບກັບ

ຂ່າວ/ບົດ​ອື່ນ