ການນຳລັດຖະບານຫວຽດນາມຕ້ອນຮັບທ່ານທອງສິງທຳມະວົງນາຍົກລັດຖະມົນຕີແຫ່ງສປປລາວ

ການນຳລັດຖະບານຫວຽດນາມຕ້ອນຮັບທ່ານທອງສິງທຳມະວົງນາຍົກລັດຖະມົນຕີແຫ່ງສປປລາວ - ảnh 1
ທ່ານ​ເຈືອງ​ເຕີນ​ຊາງ ຕ້ອນ​ຮັບ ທ່ານ ທອງ​ສິງ ທຳ​ມະ​ວົງ
(ພາບ: TTXVN)

(vovworld)- ຕອນ​ເຊົ້າ​ວັນ​ທີ 16/3 ​ທີ່​ຫ້ອງວ່າ​ການ​ປະ​ທານ​ປະ​ເທດ, ທ່ານ​ເຈືອງ​ເຕີນ​ຊາງ, ປະ​ທານ​ປະ​ເທດ​ ໄດ້​ໃຫ້ຕ້ອນ​ຮັບ ທ່ານ ທອງ​ສິງ ທຳ​ມະ​ວົງ, ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສ​ປ​ປ ລາວ, ເນື່ອງ​ໃນ​ໂອ​ກາດ​ ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ລັດ​ຖະ​ບານ​ລາວ​ ມາ ຫວຽດ​ນາມ ​ເພື່ອເຂົ້າ​ຮ່ວມ​ພິ​ທີ ສະຫຼຸບ​ຜົນ​ສຳ​ເລັດ​ໂຄງ​ການ​ປັກຫຼັກ​ໝາຍ​ຖີ່ ແລະ ບູ​ລະ​ນະ​ລະ​ບົບຫຼັກ​ໝາຍ​ຊາ​ຍ​ແດນ​ປະ​ເທດ​ລາ​ວ-ຫວຽດ​ນາມ, ທີ​ການ​ຕ້ອນ​ຮັບ, ທ່ານ​ເຈືອງ​ເຕີນ​ຊາງ, ປະ​ທານ​ປະ​ເທດ ເຫັນ​ດີ​ກັບ​ຄວາມ​ເຫັນ​ຂອງ ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ກ່ຽວ​ກັບ​ບັນ​ດາ​ມາດ​ຕະ​ການສ້າງເສັ້ນ​​ຊາ​ຍ​ແດນ ແຫ່ງ​ສັນ​ຕິ​ພາບ, ມິດ​ຕິ​ພາບ. ທ່ານປະ​ທານ​ປະ​ເທດ​ສະ​ເໜີ​ວ່າ: ວຽກ​ງານ​ເອົາ​ໃຈ​ໃສ່ ເບິ່ງ​ແຍງ​ເຖີງ ຊີ​ວິດ​ການ​ເປັນ​ຢູ່ ​ຂອງ​ປະ​ຊາ​ຊົນ   ​ຢູ່​ເຂດ​ຕິດ​ກັບຊາຍ​ແດນ​ສອງ​ປະ​ເທດ ຕ້ອງ​ໄດ້​​ຮັບ​ການປະ​ຕິ​ບັດ​ເປັນ​ປະ​ຈຳ.

        ສ່ວນ​, ທ່ານ ທອງ​ສິງ ທຳ​ມະ​ວົງ, ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ຮູ້​ວ່າ: ວຽກ ປັກຫຼັກ​ໝາຍ​ຖີ່ ແລະ ບູ​ລະ​ນະ​ລະ​ບົບຫຼັກ​​ໝາຍ​ຊາ​ຍ​ແດນ​ ລະ​ຫວ່າງ​ ສອງ​ປະ​ເທດ ໄດ້​ຜັນ​ຂະ​ຫຍາຍໃນ​ທົ່ວ​ເສັ້ນ​ຊາ​ຍ​ແດນ, ຈະ​ເປັນ​ພື້ນ​ຖານ​ຍາວ​ນານ​ ໃຫ້​ແກ່ວຽກ​ການກໍ່​ສ້າງ​ເສັ້ນ​ຊາຍ​ແດນ​ແຫ່ງ​ສັນ​ຕິ​ພາບ, ມິດ​ຕະ​ພາບ​ ແລະ ການ​ຮ່ວມ​ມື.

        ກ່ອນ​ໜ້ານັ້ນ​, ໃນ​ການ​ເຮັດ​ວຽກ​ຕອນ​ເຊົ້າ​ວັນ​ທີ 16 ມີ​ນາ, ຢູ່​ຮ່າ​ໂນ້ຍ, ທ່ານ ຫງວຽນ​ເຕີນ​ຢຸງ, ນາຍຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສ​ສ ຫວຽດ​ນາມ ແລະ ທ່ານ ທອງ​ສິງ ທຳ​ມະ​ວົງ, ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສ​ປ​ປ ລາວ ໄດ້​ເປັນ​ເອ​ກະ​ພາ​ບ ສຸມ​ໃສ່​ຊີ​ນຳ​ການ​ຜັນ​ຂະ​ຫຍາຍ​ ບັນ​ດາ​ຂໍ້​ຕົກ​ລັງ​ທີ່​ບັນ​ລຸ​ໄດ້ ​ໃນ​ກອງ​ປະ​ຊຸມ ຄັ້ງ​ທີ 38  ຂອງ ຄະ​ນະ​ກຳ​ມະ​ການ​ ລະ​ຫວ່າງ​ລັດ​ຖະ​ບານ ຫວຽດ​ນາມ​-ລາວ (ເດືອນ​ທັນ​ວາ ປີ 2015) ໃຫ້​ມີປະ​ສິດ​ທິ​ຜົນ, ໃນ​ນັ້ນ, ບູ​ລິ​ມະ​ສິດ ​ຜັນ​ຂະ​ຫຍາຍ ແຜນ​ການ​ຮ່ວມ​ມື ລະ​ຫວ່າງ ສອງ​ລັດ​ຖະ​ບານ ປີ 2016 ແລະ ສັນ​ຍາ​ການ​ຮ່ວມ​ມືທະ​ວິ​ພາ​ຄີ​ ຫວຽດ​ນາມ-ລາວ ໄລ​ຍະ 2016-2020 ໃຫ້​ດີ. ສອງ​ຝ່າຍ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ ເພີ່ມ​ທະ​ວີ​​ການແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ທຸກ​ຂັ້ນ; ເພີ່ມ​ທະ​ວີ​ບັ​ນ​ດາ​ການ​ເຄື່ອນ​ໄຫວພົບ​ປະ​ແລກ​ປ່ຽນ, ຮ່ວມ​ມື ລະ​ຫວ່າງ ບັນ​ດາ​ທ້ອງ​ຖິ່ນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ; ພ້ອມ​ທັງ​ຜັນ​ຂະ​ຫຍາຍ ​ສັນ​ຍາ​ການ​ຄ້າ​ສອງ​ຝ່າຍ ແລະ ສັນ​ຍາ​ການ​ຄ້າ​ຊາຍ​ແດນ​ຫວຽດ​ນາມ-ລາວ ​ໃຫ້​ມີປະ​ສິດ​ທິ​ຜົນ, ​ສູ້​ຊົນ​ນຳ​ວົງ​ເງິນການ​ຄ້າ​ການ​ສົ່ງ​ອອກ-ນຳ​ເຂົ້າ ​ລະ​ຫວ່າງ ສອງ​ປະ​ເທດ​ ໃຫ້ບັນ​ລຸ 3 ລ້ານ​ໂດ​ລາ​ສະ​ຫະລັດ  ໃນ​ປີ 2020 … ສອງ​ຝ່າຍ​ຈະ​ເປັນ​ເອ​ກະ​ພາບ​ຍູ້​ແຮງ​ການ​ປະ​ສານ​ສົມ​ທົບ, ​ຮ່ວ​ມມືນຳກັນໃນ​​ໄລ​ຍະ ລາວ ຮັບຜິດ​ຊອບ​ບົດ​ບາດ​​ເປັນ​ປະ​ທານ ASEAN ໃນ​ປີ 2016; ປະ​ກອບສ່ວນ​ເຮັດ​ໃຫ້ວິ​ວັດ​ການ​ຮ່ວມ​ມື, ຮ່ວມ​ສຳ​ພັນ ຂອງ​ປະ​ຊາ​ຄົມ ASEAN ​ເລີກ​ເຊິ່ງກວ່າ​ເກົ່າ; ເພີ່​ມທະ​ວີ​ຄວາມ​ເປັນ​ເອ​ກະ​ພາບ, ​ຄວາມສາ​ມັກ​ຄີ ໃນ ASEAN, ເສີມ​ຂະ​ຫຍາຍ​ບົດ​ບາດ​ສູນ​ກາງ, ມີທັດ​ສະ​ນະ​​ລວ​ມ ຂອງ ASEAN ​ໃນ​ບັນ​ດາບັນ​ຫາ​ຍຸດ​ທະ​ສາດ​ ຂອງພາກ​ພື້ນ, ໃນ​ນັ້ນ​ມີ​ທັງ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ