ການ​ນຳ​ລັດ​ເຊຍ - ຝ​ລັ່ງ​ເຈ​ລະ​ຈາ​ທາງ​ອອນ​ລາຍ

(VOVWORLD) -ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ແລະ ຄູ່່ຮ່ວມຕຳແໜ່ງຝລັ່ງ Emmanuel Macron ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດທາງອອນລາຍໃນວັນທີ 26 ມິຖຸນາ, ເພື່ອແລກປ່ຽນບັນດາບັນຫາສາກົນ ແລະ ການຮ່ວມມືສອງຝ່າຍ, ກໍ່ຄືຊອກຫາຄຳຕອບຮັບມືກັບສິ່ງທ້າທາຍ ໃນໂລກປັດຈຸບັນຢ່າງຮີບດ່ວນ.
ການ​ນຳ​ລັດ​ເຊຍ - ຝ​ລັ່ງ​ເຈ​ລະ​ຈາ​ທາງ​ອອນ​ລາຍ - ảnh 1ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ແລະ ຄູ່່ຮ່ວມຕຳແໜ່ງຝລັ່ງ Emmanuel Macron ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດທາງອອນລາຍໃນວັນທີ 26 ມິຖຸນາ (ພາບ: TTXVN)

ການນຳ 2 ທ່ານ ໄດ້ຖືວ່າ ໜ້າທີ່ກ່ອນໝູ່ໝົດຍັງແມ່ນການປະສານສົມທົບບັນດາຄວາມມານະພະຍາຍາມເພື່ອຕ້ານຄືນການແຜ່ລະບາດຂອງໂລກລະບາດ Covid – 19 ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງ ຂອງ ໂລກລະບາດ. ທ່ານ Putin ແລະ ທ່ານ Macron ໄດ້ເນັ້ນໜັກວ່າ ລັດເຊຍ ແລະ ຝລັ່ງ ໃນຖານະເປັນສະມາຊິກປະຈຳການສະພາຄວາມໝັ້ນຄົງ ສປຊ, ມີຄວາມຮັບຜິດຊອບພິເສດໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງ ສາກົນ ຕາມກົດບັດ ສປຊ.

ການນຳ 2 ທ່ານ ກໍ່ໄດ້ ໄຈ້ແຍກສະພາບການໃນຂົງເຂດສະຖຽນລະພາບຍຸດທະສາດ, ຢັ້ງຢືນໄດ້ຄວາມສຳຄັນໃນການຮັກສາບັນດາກົນໄກຄວບຄຸມອາວຸດທີ່ມີຢູ່ແລ້ວ ແລະ ເພີ່ມທະວີລັກສະນະຄາດຄະເນລ່ວງໜ້າ ແລະ ຄວາມໄວ້ເນື້ອເຊື່ອໃຈໃນຂົງເຂດການທະຫານ.

ຕອບກັບ

ຂ່າວ/ບົດ​ອື່ນ