ການນຳລັດເຊຍ ແລະ ຕວກກີ ເຈລະຈາທາງໂທລະສັບກ່ຽວກັບການພົວພັນຄູ່ຮ່ວມມືສອງຝ່າຍ

(VOVWORLD) -ການນຳສອງທ່ານໄດ້ຊົມເຊີຍໝາກຜົນທີ່ຕັ້ງໜ້າ ໃນການພົວພັນທາງດ້ານການຄ້າເສດຖະກິດ ກໍ່ຄືການປະຕິບັດບັນດາໂຄງການພະລັງງານຍຸດທະສາດຮ່ວມຢ່າງສຳເລັດຜົນ
ການນຳລັດເຊຍ ແລະ ຕວກກີ ເຈລະຈາທາງໂທລະສັບກ່ຽວກັບການພົວພັນຄູ່ຮ່ວມມືສອງຝ່າຍ - ảnh 1ປະທານາທິບໍດີລັດເຊຍ ປູຕິນ ແລະ ຄູ່ຕຳແໜ່ງຕວກກີ ເອໂດການ

    ວັນທີ 25 ມີນາ ປະທານາທິບໍດີລັດເຊຍ ປູຕິນ ໄດ້ມີການເຈລະຈາທາງໂທລະສັບກັບຄູ່ຕຳແໜ່ງຕວກກີ ເອໂດການ ເພື່ອແນໃສ່ປຶກສາຫາລືບັນດາບັນຫາທີ່ທີ່ກ່ຽວຂ້ອງເຖິງພົວພັນຄູ່ຮ່ວມມືສອງຝ່າຍໃນຫຼາຍຂົງເຂດ. 

  ການນຳສອງທ່ານໄດ້ຊົມເຊີຍໝາກຜົນທີ່ຕັ້ງໜ້າ ໃນການພົວພັນທາງດ້ານການຄ້າເສດຖະກິດ ກໍ່ຄືການປະຕິບັດບັນດາໂຄງການພະລັງງານຍຸດທະສາດຮ່ວມຢ່າງສຳເລັດຜົນ. ສອງຝ່າຍໄດ້ເຫັນດີສືບຕໍ່ຮ່ວມມືໃນການສ້າງພື້ນຖານໂຄງລ່າງຢູ່ ຕວກກີຄືນໃໝ່ ພາຍຫຼັງເກີດເຫດແຜ່ນດິນໄຫວໃນເດືອນແລ້ວນີ້ ດ້ວຍແຫຼ່ງວັດສະດຸກໍ່ສ້າງໂດຍແມ່ນຝ່າຍລັດເຊຍສະໜອງ. 

ຕອບກັບ

ຂ່າວ/ບົດ​ອື່ນ