ການນຳລັດເຊຍ,ຕວກກີ,ອີຣານສ້າງແຜນການພົບປະສຸດຍອດກ່ຽວກັບຊີຣີ

(VOVWORLD) -ວັນທີ 08 ກຸມພາ, ທ່ານປະທານາທິບໍດີລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງຕວກກີ Recep Tayyip Erdogan ໄດ້ເຫັນດີເພີ່ມທະວີການປະສານງານເຄື່ອນໄຫວລະຫວ່າງບັນດາພາກສ່ວນດ້ານການທະຫານ ແລະ ຄວາມໝັ້ນຄົງລະຫວ່າງ 2 ປະເທດຢູ່ຊີຣີ ໃນບັ້ນຮົບຕ້ານການກໍ່ການຮ້າຍ.

ການນຳລັດເຊຍ,ຕວກກີ,ອີຣານສ້າງແຜນການພົບປະສຸດຍອດກ່ຽວກັບຊີຣີ - ảnh 1 ທ່ານປະທານາທິບໍດີລັດເຊຍ Vladimir Putin

(ພາບປະກອບ: ITAR-TASS)

ໃນແຈ້ງການສະບັບໜຶ່ງຈາກວັງ Kremlin ໃຫ້ຮູ້ວ່າ, ໃນການໂອ້ລົມທາງໂທລະສັບ, ປະທານາທິບໍດີ 2 ປະເທດ ກໍ່ໄດ້ປຶກສາຫາລືກ່ຽວກັບແງ່ຫວັງດຳເນີນການພົບປະສຸດຍອດຄັ້ງໃໝ່ລະຫວ່າງການນຳລັດເຊຍ, ຕວກກີ ແລະ ອີຣານ ເພື່ອປຶກສາຫາລືກ່ຽວກັບບັນຫາຊີຣີ. ຕາມໂຄສົກຂອງປະທານາທິບໍດີລັດເຊຍ ທ່ານ Dmitry Peskov ແລ້ວ, ປະຈຸບັນ ບັນດາຝ່າຍພວມປຶກສາຫາລືຄວາມສາມາດດຳເນີນກອງປະຊຸມ 3 ຝ່າຍຄືດັ່ງກ່າວ, ແຕ່ຍັງບໍ່ທັນໃຫ້ຮູ້ຈຸດເວລາລະອຽດເທື່ອ. ຕາມແຫຼ່ງຂ່າວຈາກທຳນຽບປະທານາທິບໍດີຕວກກີ ແລ້ວ, ກອງປະຊຸມ 3 ຝ່າຍຈະດຳເນີນຢູ່ນະຄອນ Istanbul, ທາງທິດຕາເວັນຕົກສ່ຽງເໜືອຕວກກີ.

        ການນຳລັດເຊຍ ແລະ ຕວກກີ ກໍ່ເນັ້ນໜັກວ່າ ຄວນເຄົາລົບບັນດາຂໍ້ຕົກລົງ Astana ກ່ຽວກັບການສ້າງຕັ້ງບັນດາເຂດຫຼຸດຜ່ອນຄວາມເຄັ່ງຕຶງຢູ່ຊີຣີ ຢ່າງເຂັ້ມງວດ.

ຕອບກັບ

ຂ່າວ/ບົດ​ອື່ນ