ການນຳລັດເຊຍ,ປາແລດສະຕິນປຶກສາຫາລືສະພາບການຢູ່ຕາເວັນອອກກາງ

(VOVWORLD) -ວັນທີ 14 ກໍລະກົດ, ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ມີການໂອ້ລົມສົນທະນາກັບທ່ານປະທານາທິບໍດີປາແລດສະຕິນ Mahmoud Abbas ຢູ່ວັງ Kremlin, ພາຍຫຼັງການນຳລັດເຊຍ ຕ້ອນຮັບທ່ານນາຍົກລັດຖະມົນຕີອິດສະຣາແອນ Benjamin Netanyahu ພຽງ 2 – 3 ວັນເທົ່ານັ້ນ.

ການນຳລັດເຊຍ,ປາແລດສະຕິນປຶກສາຫາລືສະພາບການຢູ່ຕາເວັນອອກກາງ - ảnh 1ທ່ານປະທານາທິບໍດີລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີປາແລດສະຕິນ Mahmoud Abbas

(ພາບ: TASS)

ກ່າວຄຳເຫັນທີ່ການພົບປະ, ທ່ານປະທານາທິບໍດີ Putin ສະແດງຄວາມປິຕິຊົມຊື່ນເມື່ອໄດ້ຮັບການຕ້ອນຮັບທ່ານປະທານາທິບໍດີ Abbas ຢ້ຽມຢາມລັດເຊຍ ເນື່ອງໃນໂອກາດງານມະຫາກຳກິລາ World Cup 2018 ພວມດຳເນີນຢູ່ປະເທດນີ້, ກໍຄືກ່ຽວກັບກາລະໂອກາດປຶກສາຫາລືກັບການນຳປາແລດສະຕິນ ກ່ຽວກັບບັນດາບັນຫາໃນພາກພື້ນ.

        ສ່ວນທ່ານປະທານາທິບໍດີ Abbas ເນັ້ນໜັກເຖິງຄວາມວິຕົກກັງວົນຂອງທ່ານກ່ຽວກັບຂໍ້ຕົກລົງຂອງທ່ານປະທານາທິບໍດີອາເມລິກາ Donald Trump ທີ່ໄດ້ຍົກຍ້າຍສະຖານທູດອາເມລິກາ ໄປຕັ້ງຢູ່ ເຢຣູຊາແລມ, ກໍຄືບັນດາການເຄື່ອນໄຫວຕັ້ງຖິ່ນຖານຄົງທີ່ຂອງອິດສະຣາແອນ. ທ່ານປະທານາທິບໍດີປາແລດສະຕິນ ຊີ້ແຈ້ງວ່າ “ພວກຂ້າພະເຈົ້າຄັດຄ້ານບັນດາແນວຄວາມຄິດຂອງອາເມລິກາ ທີ່ຈັດວາງຂໍ້ຕົກລົງຂອງເຂົາເຈົ້າຕໍ່ບັນດາບັນຫາສະດຸ້ງໄວທີ່ສຸດສຳລັບປາແລດສະຕິນ”

ຕອບກັບ

ຂ່າວ/ບົດ​ອື່ນ