ການນຳລັດເຊຍ,ເຢຍລະມັນເຈລະຈາກ່ຽວກັບສະພາບຄວາມເຄັ່ງຕຶງຢູ່ພາກຕາເວັນອອກຢູແກຼນ

ການນຳລັດເຊຍ,ເຢຍລະມັນເຈລະຈາກ່ຽວກັບສະພາບຄວາມເຄັ່ງຕຶງຢູ່ພາກຕາເວັນອອກຢູແກຼນ - ảnh 1
ທະຫານພິເສດຢູ່ນະຄອນ Slavyansk ໃນວັນທີ 24/4
(ພາບ: AFP/TTXVN)

(vovworld) - ​ໃນ​ການ​ເຈລະຈາທາງ​ໂທລະສັບ​ໃນ​ວັນ​ທີ 25/4, ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin ​ແລະ ທ່ານ​ນາງ​ນາຍົກລັດຖະມົນຕີ ​ເຢຍລະ​ມັນ Angela Merkel ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ສະພາບ​ຄວາມ​ເຄັ່ງ​ຕຶງ​ຢູ່ ຢູ​ແກຼນ ​ໃນ​ນັ້ນ​ໄດ້​ເຕື້ອງ​ເຖິງ​ເລື່ອງ​ລັດຖະບານ​ຊົ່ວຄາວ ກີ​ແອບ ບໍ່​ຢາກ​ປະຕິບັດ​ຂໍ້​ຕົກລົງ ​ເຊີ​ແນວ ທີ່​​ໄດ້​ຮັບ​ການ​ລົງ​ນາມ​ໃນ​ວັນ​ທີ 17/4 ຜ່ານ​ມາ​ລະຫວ່າງ ບັນດາ​ຜູ້ຕາງໜ້າ​ຂອງລັ​ດ​ເຊຍ, ອາ​ເມ​ລິ​ກາ, ສະຫະພາບ ​ເອີ​ລົບ (ອີ​ຢູ) ​ແລະ ຢູ​ແກຼນ. ພ້ອມ​ກັນ​ນັ້ນ, ການ​ນຳ 2 ປະ​ເທດຢືນຢັນ​ຄວາມ​ສຳຄັນ​ຂອງ​ການ​ພົບ​ປະ 3 ຝ່າຍ​ທີ່​ຈະ​ມາ​ເຖິງ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ ລັດ​ເຊຍ, ອີ​ຢູ ​ແລະ ຢູ​ແກຼນ ກ່ຽວ​ກັບ​ການສະໜອງ​ອາຍ​ແກັ​ດຂອງ​ມົດ​ສະ​ກູ ​ໃຫ້​ແກ່​ເອີ​ລົບ.

        ສ່ວນ​ທ່ານ​ປະທາ​ນາ​ທິບໍດີ ລັ​ດ​ເຊຍ Vladimir Putin ​ໄດ້​ຕຳ​ນິຕິ​ຕຽນ​ແຜນການ​ຂອງ​ລັດຖະບານ​ຊົ່ວຄາວ ກີ​ແອບ ​ແມ່ນ​ນຳ​ໃຊ້​ກຳລັງ​ປະກອບ​ອາວຸດ​ເພື່ອ​ປາບ​ປາມ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຢູ່​ພາກ​ຕາ​ເວັນ​ອອກ - ພາກ​ໃຕ້ ຢູ​ແກຼນ ຢ່າງ​​ແຮງ. ​ໃນ​ຂະນະ​ນັ້ນ, ທ່ານ​ນາງ​ນາຍົກລັດຖະມົນຕີ Merkel ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຢ່າງ​ເລ​ິກ​ເຊິ່ງຕໍ່ໜ້າ​ສະພາບ​ຄວາມ​ເຄັ່ງ​ຕຶງ​ໃນ​ປະຈຸ​ບັນ​ຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ, ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ທ່ານ​ປະທານາທິບໍດີ Putin ຈຶ່ງ​ສະ​ແດງ​ໃຫ້​ເຫັນ​ສັນຍານ​ລະອຽດ​ວ່າ: ມົດ​ສະ​ກູ ສະໜັບສະໜູນ​ບັນດາ​ຄຳ​ໝັ້ນ​ສັນຍາ​ທີ່​ບັນ​ລຸ​ໄດ້ກ່ອນ​ນັ້ນ​ຢູ່ ​ເຊີ​ແນວ, ປະ​ເທດ​ສະ​ວິດ.


ຂ່າວ/ບົດ​ອື່ນ