ການນຳລັດເຊຍແລະຊີຣີເຈລະຈາ ທາງໂທລະສັບກ່ຽວກັບສະພາບການຊີຣີ

(VOVWORLD) -ວັນທີ 15 ເມສາ, ທ່ານປະທານາທິບໍດີ ລັດເຊຍ V.Putin  ແລະ ຄູ່ຕຳແຫນ່ງ ອີຣານ ທ່ານ Hassan Rouhani ໄດ້ດຳເນີນການເຈລະຈາທາງໂທລະສັບ

ວັນທີ 15 ເມສາ, ທ່ານປະທານາທິບໍດີ ລັດເຊຍ V.Putin  ແລະ ຄູ່ຕຳແຫນ່ງ ອີຣານ ທ່ານ Hassan Rouhani ໄດ້ດຳເນີນການເຈລະຈາທາງໂທລະສັບ, ໃນນັ້ນໄດ້ແລກປ່ຽນຄຳເຫັນກ່ຽວກັບສະພາບການ ຊີຣີ ພາຍຫລັງ ອາເມລິກາ ແລະ ບັນດາປະເທດພັນທະມິດບຸກໂຈມຕີດ້ວຍລູກສອນໄຟໃສ່ ຊີຣີ. ການນຳສອງທ່ານໄດ້ເຫັນດີເປັນເອກະພາບໂດຍຖືວ່າ ບັນດາການບຸກໂຈມຕີຂອງຝ່າຍຕາເວັນຕົກໄດ້ທຳລາຍຫລາຍກາລະໂອກາດເພື່ອບັນລຸມາດຕະການການເມືອງໃຫ້ແກ່ບັນຫາຊີຣີ. ທ່ານປະທານາທິບໍດີ ລັດເຊຍ V.Putin ໄດ້ເນັ້ນຫນັກວ່າ ຖ້າຫາກຝ່າຍຕາເວັນຕົກສືບຕໍ່ບັນດາການບຸກໂຈມຕີດ້ວຍລູກສອນໄຟເລັ່ງໃສ່ ຊີຣີ, ການກະທຳລະເມີດກົດບັດ ສະຫະປະຊາຊາດ, ຈະກໍ່ໃຫ້ເກີດສະພາບວຸ້ນວາຍຕໍ່ບັນດາສາຍພົວພັນສາກົນ.

ແລະກໍ່ໃນວັນດຽວກັນ, ທ່ານປະທານາທິບໍດີ ຊີຣີ Bashar Al Assad ຖືວ່າ ບັນດາການບຸກໂຈມຕີດ້ວຍລູກສອນໄຟຂອງຝ່າຍຕາເວັນຕົກ ເລັ່ງໃສ່ ຊີຣີ ແມ່ນການກະທຳເກາະຜິດ.

ໃນຂະນະນັ້ນ ວັນທີ 15 ເມສາ, ທ່ານນາງ Nikki Haley ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ສປຊ ໄດ້ຖະແຫລງວ່າ ອາເມລິກາຈະບໍ່ຖອນກຳລັງທະຫານອອກຈາກ ຊີຣີ ຈົນກວ່າຈະເຮັດສຳເລັດບັນດາເປົ້າໝາຍ. ທ່ານນາງ Nikki Haley ຍົກອອກບັນດາເປົ້າໝາຍຂອງ ອາເມລິກາ, ໃນນັ້ນ ມີການຮັບປະກັນອາວຸດເຄມີບໍ່ໄດ້ນຳໃຊ້ ແລະ ອົງການລັດອິດສະລາມ IS ອ້າງຊື່ເອງ ຖືກຕີປະລາໄຊ.

ຕອບກັບ

ຂ່າວ/ບົດ​ອື່ນ