ການ​ນຳ​ລາວ ປາດ​ຖະ​ໜາ​ຢາກ​ໃຫ້​ VOV ສືບ​ຕໍ່​ໜູນ​ຊ່ວຍ​ການ​ພັດ​ທະ​ນາ​ໃນ​ຂົງ​ເຂດ​ກະ​ຈາຍ​ສຽງ

(VOVWORLD) -   ທ່ານຮອງນາຍົກລັດຖະມົນຕີ ລາວ ກິແກ້ວ ໄຂຄຳພິທູນ ປາດຖະໜາວ່າ ວິທະຍຸກະຈາຍສຽງ ຫວຽດນາມ ແລະ ສະຖານີວິທະຍຸກະຈາຍສຽງ ແຫ່ງຊາດລາວ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນປະສົບການໃນຂົງເຂດກະຈາຍສຽງ, ອອກອາກາດ ກໍຄື ບຳລຸງກໍ່ສ້າງນັກຂ່າວ, ບັນນາທິການ, ນັກເຕັກນິກຂອງລາວ.
ການ​ນຳ​ລາວ ປາດ​ຖະ​ໜາ​ຢາກ​ໃຫ້​ VOV ສືບ​ຕໍ່​ໜູນ​ຊ່ວຍ​ການ​ພັດ​ທະ​ນາ​ໃນ​ຂົງ​ເຂດ​ກະ​ຈາຍ​ສຽງ - ảnh 1ທ່ານຮອງນາຍົກລັດຖະມົນຕີ ລາວ ກິແກ້ວ ໄຂຄຳພິທູນ ຕ້ອນຮັບຄະນະປະຕິບັດງານຂອງ VOV (ພາບ: VOV)

ໃນຂອບເຂດການເຄື່ອນໄຫວຢູ່ ລາວ, ຕອນເຊົ້າວັນທີ 30 ມັງກອນ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານຮອງນາຍົກລັດຖະມົນຕີ ລາວ ກິແກ້ວ ໄຂຄຳພິທູນ ໄດ້ໃຫ້ການຕ້ອນຮັບຄະນະປະຕິບັດງານວິທະຍຸກະຈາຍສຽງ ຫວຽດນາມ (VOV) ໂດຍທ່ານຮອງຜູ້ອຳນວຍການໃຫຍ່ ເຈິ່ນມິງຮຸ່ງ ນຳໜ້າ.  ທີ່ການຕ້ອນຮັບ, ທ່ານຮອງຜູ້ອຳນວຍການໃຫຍ່ VOV ເຈິ່ນມິງຮຸ່ງ ໄດ້ແຈ້ງໃຫ້ຊາບກ່ຽວກັບໝາກຜົນຂອງການດຳເນີນພິທີເປີດ ແລະ ມອບ  - ຮັບໂຄງການສະຖານີວິທະຍຸ, ໂທລະພາບ ແຂວງ ໄຊສົມບູນ ແລະ ໂຄງການລົງທຶນປ່ຽນແປງໃໝ່ເຄື່ອງອຸປະກອນເຕັກໂນໂລຢີຢູ່ ສະຖານີວິທະຍຸກະຈາຍສຽງແຫ່ງຊາດ ລາວ. ນີ້ແມ່ນສອງໃນຈໍານວນຫຼາຍໂຄງການນຳໃຊ້ທຶນຊ່ວຍເຫຼືອລ້າຂອງລັດຖະບານ ຫວຽດນາມ ທີ່ສະຫງວນໃຫ້ແກ່ລັດຖະບານ ລາວ, ໂດຍວິທະຍຸກະຈາຍສຽງ ຫວຽດນາມ ເປັນເຈົ້າຂອງໂຄງການ, ປະຕິບັດ.  ທ່ານຮອງຜູ້ອຳນວຍການໃຫຍ່ ເຈິ່ນມິງຮຸ່ງ ຢັ້ງຢືນວ່າ ຈະສືບຕໍ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງວິທະຍຸສອງປະເທດໃຫ້ນັບມື້ນັບພັດທະນາ ກໍຄືໜູນຊ່ວຍລາວ ໃນການຍົກສູງວິຊາສະເພາະໃນຂົງເຂດກະຈາຍສຽງ.

        ທ່ານຮອງນາຍົກລັດຖະມົນຕີ ລາວ ກິແກ້ວ ໄຂຄຳພິທູນ ປາດຖະໜາວ່າ ວິທະຍຸກະຈາຍສຽງ ຫວຽດນາມ ແລະ ສະຖານີວິທະຍຸກະຈາຍສຽງ ແຫ່ງຊາດລາວ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນປະສົບການໃນຂົງເຂດກະຈາຍສຽງ, ອອກອາກາດ ກໍຄື ບຳລຸງກໍ່ສ້າງນັກຂ່າວ, ບັນນາທິການ, ນັກເຕັກນິກຂອງລາວ.

ການ​ນຳ​ລາວ ປາດ​ຖະ​ໜາ​ຢາກ​ໃຫ້​ VOV ສືບ​ຕໍ່​ໜູນ​ຊ່ວຍ​ການ​ພັດ​ທະ​ນາ​ໃນ​ຂົງ​ເຂດ​ກະ​ຈາຍ​ສຽງ - ảnh 2ພິທີເປີດ ແລະ ມອບ - ຮັບໂຄງການ “ລົງທຶນປ່ຽນແປງໃໝ່ເຄື່ອງອຸປະກອນເຕັກໂນໂລຢີຢູ່ ສະຖານີວິທະຍຸກະຈາຍສຽງແຫ່ງຊາດ ລາວ” (ພາບ: VOV)

        ກໍໃນຕອນເຊົ້າຂອງວັນດຽວກັນ, ໄດ້ດຳເນີນພິທີເປີດ ແລະ ມອບ - ຮັບໂຄງການ “ລົງທຶນປ່ຽນແປງໃໝ່ເຄື່ອງອຸປະກອນເຕັກໂນໂລຢີຢູ່ ສະຖານີວິທະຍຸກະຈາຍສຽງແຫ່ງຊາດ ລາວ”.

ນັກຂ່າວ VOV ປະຈຳ ລາວ


ຕອບກັບ

ຂ່າວ/ບົດ​ອື່ນ