ການນຳສິງກະໂປແລະຟີລີບປິນປຶກສາຫາລືກ່ຽວກັບທະເລຕາເວັນອອກແລະຕ້ານກໍ່ການຮ້າຍ

ການນຳສິງກະໂປແລະຟີລີບປິນປຶກສາຫາລືກ່ຽວກັບທະເລຕາເວັນອອກແລະຕ້ານກໍ່ການຮ້າຍ - ảnh 1
ທ່ານ​ນາຍົກລັດຖະມົນຕີ ສິງກະ​ໂປ ຫຼີຊຽນຫຼົງ ​
​ເຈລະຈາ​ກັບ​ທ່ານ​ປະທານາທິບໍດີ ຟີ​ລີບ​ປິນ  Rodrigo Duterte
(ພາບ: AP/TTXVN)

(vovworld) - ວັນ​ທີ 16/12 ທ່ານ​ນາຍົກລັດຖະມົນຕີ ສິງກະ​ໂປ ຫຼີຊຽນຫຼົງ ​ໃຫ້​ຮູ້​ວ່າ ທ່ານ​ໄດ້​ເຈລະຈາ​ກັບ​ທ່ານ​ປະທານາທິບໍດີ ຟີ​ລີບ​ປິນ  Rodrigo Duterte ​ແລະ ປຶກສາ​ຫາລື​ບັນດາ​ບັນຫາ​ຄື: ລັດທິ​ກໍ່​ການ​ຮ້າຍ, ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ບົດບາດ​ຂອງ ອາ​ເມ​ລິ​ກາ ​ໃນ​ພາກ​ພື້ນ. ​ເວັບ​ໄຊ​ Rapper ຂອງ ຟີ​ລີບ​ປິນ ​ໄດ້ຄັດ​ສະ​ເໜີ​ຄຳ​ເວົ້າ​ທ່ານ Perfecto Yasay ລັດຖະມົນຕີ​ການ​ຕ່າງປະ​ເທດ ຟີ​ລີບ​ປິນ ​ໂດຍ​ໃຫ້​ຮູ້​ວ່າ: ການ​ນຳ 2 ທ່ານ​ກໍ່​ໄດ້​ປຶກສາ​ຫາລື “ບັ້ນ​ຮົບ​ຕ້ານ​ຢາ​ເສບ​ຕິດ”

        ວັນ​ທີ 15/12 ທ່ານ​ປະທານາທິບໍດີ ຟີ​ລີບ​ປິນ Duterte ​​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ ສິງກະ​ໂປ ​ເປັນ​ເວລາ 2 ວັນ. ຕາມ​ທ່ານ Perfecto Yasay ລັດຖະມົນຕີ​ການ​ຕ່າງປະ​ເທດ ຟີ​ລີບ​ປິນ ​​ແລ້ວ ການ​ຢ້ຽມຢາມ​​ຕົ້ນ​ຕໍແມ່ນ​​ເພື່ອໃຫ້ບັນດາ​ການ​ນຳ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົ​ກ​ເຂົ້າ​ໃຈ​ເຊິ່ງກັນ ​ແລ​ະ ກັນ ກ່ອນ​ທີ່ ຟີ​ລີບ​ປິນ ຮັບ​ດຳລົງ​ຕຳ​ແໜ່​ງ​ເປັນ​ປະທານ​ ສະມາຄົມປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ​ໃນ​ປີ 2017. ​ໃນ​ຖະ​ແຫຼ​ງການ​ຂອງ​ຕົນ, ກະຊວງ​ການ​ຕ່າງປະ​ເທດ ສິງກະ​ໂປ ​ໃຫ້​ຮູ້​ວ່າ ການ​ນຳ 2 ທ່ານ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ວ່າ 10 ປະ​ເທດ​ເປັນ​ສະມາ​ຊິກ ອາ​ຊຽນ ຄວນ​ສົມທົບ​ກັນ​ຮັບ​ມື​ກັບ​ບັນດາ​ສິ່ງ​ທ້າ​ທາຍ​ຂ້າມ​ຊາຍ​ແດນ​ຄື ລັດທິ​ກໍ່​ການ​ຮ້າຍ, ການ​ຄ້າ​ມະນຸດ ​ແລະ ການຄ້າຂາຍ​ຢາ​ເສບ​ຕິດ.

 

ຂ່າວ/ບົດ​ອື່ນ