ການ​ນຳ​ສູງ​ສຸດ​ຂອງ ຕາ​ລີ​ບານ ປະ​ກົດ​ຕົວ​ຢ່າງ​ເປັນ​ທາງ​ການ​ຄັ້ງ​ທຳ​ອິດ

(VOVWORLD) -ທ່ານ Hibatullah Akhundzada - ການນຳສູງສຸດຂອງຂະບວນການ ຕາລີບານ ພວມປົກຄອງ ອາບການິດສະຖານ ໄດ້ປະກົດຕົວເປັນທາງການຄັ້ງທຳອິດໃນວັນທີ 30 ຕຸລາ.

ຕາມແຫຼ່ງຂ່າວ ເຊິ່ງ ຕາລີບານ ປະກາດໃນວັນທີ 31 ຕຸລາ, ທ່ານ Hibatullah Akhundzada ໄດ້ມີການພົບປະກັບຄົນທີ່ໃຫ້ການສະໜັບສະໜູນ ຢູ່ນະຄອນ Kandahar. ບໍ່ມີຂໍ້ມູນ, ຮູບພາບທີ່ເປັນທາງການໃດໆໃນສື່ມວນຊົນກ່ຽວກັບເຫດການທີ່ທ່ານ Hibatullah Akhundzada ຫາກໍເຂົ້າຮ່ວມ. ເຖິງຢ່າງໃດກໍຕາມ, ມີເທບບັນທຶກສຽງກ່ຽວກັບການພົບປະດັ່ງກ່າວ ເຊິ່ງທີ່ມີຄວາມຍາວ 10 ນາທີ ປະກົດໃນສື່ສັງຄົມອອນລາຍຕ່າງໆຂອງ ຕາລີບານ. ເນື້ອໃນຂອງເທບບັນທຶກສຽງສະແດງໃຫ້ເຫັນວ່າ ທ່ານ Hibatullah Akhundzada ໄດ້ຍົກອອກສານທາງສາສະໜາແທນທີ່ ຈະຍົກອອກສານທາງການເມືອງ.

ທ່ານ Hibatullah Akhundzada ແມ່ນ ຜູ້ນຳຂອງກຸ່ມ ຕາລີບານ ນັບແຕ່ປີ 2016 ພາຍຫຼັງທີ່ທ່ານ Mullah Akhtar Mansour ຜູ້ນຳລຸ້ນກ່ອນເສຍຊີວິດໃນເຫດບຸກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບຂອງ ອາເມລິກາ.

ຟານຕຸງ - ນັກຂ່າວ VOV  ປະຈຳ ອິນເດຍ.


ຕອບກັບ

ຂ່າວ/ບົດ​ອື່ນ