ການນຳສູນກາງແນວໂຮມປະເທດຊາດພົບປະກັບນັກຮົບເກົ່າເຂົ້າຮ່ວມການກໍ່ສ້າງເສັ້ນທາງທະເລໂຮຈີມິນ

ການນຳສູນກາງແນວໂຮມປະເທດຊາດພົບປະກັບນັກຮົບເກົ່າເຂົ້າຮ່ວມການກໍ່ສ້າງເສັ້ນທາງທະເລໂຮຈີມິນ - ảnh 1
(ທ່ານ ຫງວຽນ​ທ້ຽນ​ເຍີນ ກ່າວຄຳເຫັນທີ່ການພົບປະ)

(vovworld) – ​ ຕອນ​ບ່າຍ​ວັນ​ທີ 05/01 ຢູ່​ຮ່າ​ໂນ້ຍ, ທ່ານ ຫງວຽນ​ທ້ຽນ​ເຍີນ ປະທານ​ຄະນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຢືນຢັນ​ວ່າ: ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຍາມ​ໃດ​ກໍ່ນັບຖື ​ແລະ ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ບັນດາ​ນັກຮົບ​ເກົ່າ​ທີ່​ດີ​ເດັ່ນ​ຂອງ​ກອງກຳລັງ 962 ຊຶ່ງ​ໄດ້​ສຸມສະຕິ​ປັນຍາທັງ​ໝົດ ປົກ​ປັກ​ຮັກສາ​ການປະຕິວັດ, ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ຕໍ່ສູ້ ຍາດ​ເອົາ​ເອກະລາດ​ມາໃຫ້​ປະ​ເທດ​ຊາດ. ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຍາມ​ໃດ​ກໍ່​ປະຕິບັດ​ຕາມ​​ແບບຢ່າງ​ຄົນລຸ່ນ​​ກ່ອນ, ​ເສີມ​ຂະຫຍາຍ​ນ້ຳ​ໃຈ​ຮັກ​ຊາດ, ສ້າງສາ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ປະກອບສ່ວນ​ເພື່ອ​​ໃຫ້ບົດຮຽນ​ປະຫວັດ​ສາດ​ແຫ່ງ​ການ​ຕໍ່ສູ້​ປົດ​ປ່ອຍຊາດ​ໄດ້ສືບ​ທອດ​ໃຫ້​ຄົນ​ລຸ່ນຫລັງ. ທ່ານ ຫງວຽນ​ທ້ຽນ​ເຍີນ ປາດ​ຖະໜາ​ວ່າ ບັນດາ​ນັກ​ຮົບ​ເກົ່າກອງກຳລັງ 962 ສືບ​ຕໍ່​ປະກອບສ່ວນ​ສຶກສາ​ອົບຮົມ​ລຸ່ນໜຸ່ມ​​ໃຫ້ມີຄວາມ​ຮູ້​ບຸນຄຸນ​ຕໍ່ຄວາມ​ເສຍ​ສະ​ຫຼະຊີວິດ​ອັນ​ໃຫຍ່​ຫລວງ​ຂອງ​​ລຸ່ນພໍ່​ລຸ່ນອ້າຍ, ​ເພື່ອ​​ໃຫ້ຄຸນ​ຄ່າ​ປະຫວັດສາດ​ຂອງ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ​ຍືນ​ຍົງ​ຄົງ​ຕົວ​ຕະຫລອດ​ໄປ.

 

ຂ່າວ/ບົດ​ອື່ນ