ການ​ນຳ​ສ​ປ​ປ ລາວ, ຈີນ, ກຳ​ປູ​ເຈຍ ​ສົ່ງ​ສານ ອວຍ​ພອນມ ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ໂຕ​ເລິມ

(VOVWORLD) - ເລື່ອງທ່ານປະທານປະເທດ ໂຕເລິມ ຮັບດຳລົງຕຳແໜ່ງສຳຄັນນີ້ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ ແລະ ການຕີລາຄາສູງຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມຕໍ່ທ່ານ.
ການ​ນຳ​ສ​ປ​ປ ລາວ, ຈີນ, ກຳ​ປູ​ເຈຍ ​ສົ່ງ​ສານ ອວຍ​ພອນມ ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ໂຕ​ເລິມ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ທີ່ການຖະແຫຼງຂ່າວ (ພາບ: VOV)

ວັນທີ 3 ສິງຫາ, ໂດຍຕາງໜ້າຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ໃນນາມສ່ວນຕົວ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ, ທອງລຸນ ສີສຸລິດ ໄດ້ສົ່ງຈົດໝາຍອວຍພອນທ່ານເລຂາທິການໃຫຍ່, ປະທານປະເທດໂຕເລິມ. ຈົດໝາຍໄດ້ເນັ້ນໜັກວ່າ ເລື່ອງທ່ານປະທານປະເທດ ໂຕເລິມ ຮັບດຳລົງຕຳແໜ່ງສຳຄັນນີ້ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ ແລະ ການຕີລາຄາສູງຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ; ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳອັນຖືກຕ້ອງ, ສະຫຼາດສ່ອງໄສ ຂອງພັກກອມມູນິດ ຫວຽດນາມ ໂດຍທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມນຳໜ້າ, ປະຊາຊົນ ຫວຽດນາມອ້າຍນ້ອງຈະສືບຕໍ່ບັນລຸໄດ້ຜົນສຳເລັດອັນຍິ່ງໃຫຍ່ກ່ວາອີກໃນພາລະກິດແຫ່ງການປ່ຽນແປງໃໝ່, ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ຢ່າງມີໄຊ.

ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ຢັ້ງຢືນຈະຮຽງບ່າຮຽງໄຫຼ່ກັບບັນດາການນຳພັກ, ລັດ ຫວຽດນາມ ສືບຕໍ່ປັບປຸງ ແລະ ເພີ່ມພູນຄູນສ້າງການພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ - ຫວຽດນາມ, ຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາ, ເຂົ້າສູ່ລວງເລິກ, ມີປະສິດທິຜົນໃນທຸກຂົງເຂດ.

ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ສົ່ງສານອວຍພອນມາຍັງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ

ເນື່ອງໃນໂອກາດທ່ານປະທານປະເທດ ໂຕເລີມ ໄດ້ຮັບການເລືອກຕັ້ງຮັບດຳລົງຕຳແຫນ່ງເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ວັນທີ 3 ສິງຫາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ໄດ້ສົ່ງສານອວຍພອນ.

ໃນສານອວຍພອນໄດ້ຊີ້ແຈ້ງວ່າ: ຈີນ ມີຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳ ຂອງສູນກາງພັກກອມມູນິດ ຫວຽດນາມ, ທົ່ວພັກ ແລະ ທົ່ວປວງຊົນ ຫວຽດນາມ ຈະປະຕິບັດບັນດາເປົ້າໝາຍ ແລະ ຫນ້າທີ່ຊື່ງກອງປະຊຸມໃຫຍ່ຄັ້ງທີ  XIII ຂອງພັກກອມມູນິດ ຫວຽດນາມ ໄດ້ວາງອອກຢ່າງມີໄຊ, ຊຸກຍູ້ວຽກງານກະກຽມກອງປະຊຸມໃຫຍ່ຄັ້ງທີ XIV ຢ່າງຫນັກແຫນ້ນ, ມຸ່ງໄປເຖິງ “ສອງເປົ້າໝາຍ 100 ປີ” ແຫ່ງວັນສ້າງຕັ້ງພັກ ແລະ ສະຖາປະນາປະເທດ.

ແລະກໍ່ໃນໂອກາດນີ້, ທ່ານປະທານພັກປະຊາຊົນ ກຳປູເຈຍ Hun Sen ໄດ້ສົ່ງສານອວຍພອນ, ໃນສານທ່ານ Hun Sen ເນັ້ນໜັກວ່າເລື່ອງທ່ານປະທານປະເທດ ຫວຽດນາມ ໂຕເລິມໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມເປັນການສະແດງໃຫ້ເຫັນຄວາມເຊື່ອໝັ້ນຂອງພັກກອມມູນິດ ຫວຽດນາມ ແລະ ປະຊາຊົນ ຫວຽດນາມ ຕໍ່ຄວາມສາມາດ ແລະ ການຊີ້ນຳຢ່າງສະຫຼາດສ່ອງໄສຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ.

ຕອບກັບ

ຂ່າວ/ບົດ​ອື່ນ