ການນຳສປປ.ເກົາຫຼີ ຊີ້ນຳການຊ້ອມຮົບຍິງທົດລອງລູກສອນໄຟຍຸດທະວິທີ

ການນຳສປປ.ເກົາຫຼີ ຊີ້ນຳການຊ້ອມຮົບຍິງທົດລອງລູກສອນໄຟຍຸດທະວິທີ - ảnh 1
(ພາບປະກອບ)

(vovworld) –  ການ​ຊ້ອມ​ຮົບ​ຍິງ​ທົດ​ລອງລູກ​ສອນ​ໄຟ​ຍຸດທະວິທີຖືກ​ຈັດ​ຂຶ້ນ​ຢູ່​ທິດຕາ​ເວັນ​ຕົກ ສປປ.​ເກົາຫຼີ ​ໄດ້​ສະ​ແດງໃຫ້​ເຫັນຄວາມ​ສາມາດສູ້ຮົບ​ຂອງ​ບັນດາ​ລູກ​ສອນ​ໄຟ​ຍຸດທະວິ​ທີ. ທ່ານ Kim Jong Un ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ ​ເມື່ອ​ການ​ຊ້ອມ​ຮົບ​ບັນລຸ​ຜົນສຳ​ເລັດ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງເຄື່ອນ​ຍ້າຍ​ໄວ​ໃນ​ສົງຄາມ​ທັນ​ສະ​ໄໝ. ທ່ານ Kim Jong Un ກໍ່​ຊີ້​ນຳ​ກຳລັງ​ຍຸດທະສາດຍູ້​ແຮງ​ຄວາມ​ສາມາດ​ກຽມພ້ອມ​ຈະ​ສູ້​ຮົບ ​ແລະ ກຽມພ້ອມ​​ຍິງ​ລູກ​ສອນ​ໄຟ​ໃນ​ບັນດາ​ການ​ຊ້ອມ​ຮົບ​ທົດ​ລອງ​ຕົວ​ຈິງ.

        ກ່ອນ​ໜ້າ​ນັ້ນ, ວັນ​ທີ 09/07, ສື່ມວນ​ຊົນ​ ສ.​ເກົາຫຼີ ​ໄດ້​ອອກ​ຂ່າວ​ວ່າ ພຽງ​ຢາງ ​ໄດ້​ຍິງ​ລູກ​ສອນ​​ໄຟນຳ​ວິຖີທີ່ມີ​ໄລຍະຍາວ​ປະມານ 500 ກມ 2 ລູກ ອອກ​ສູ່​ເຂດ​ທະ​ເລ​ທິດຕາ​ເວັນ​ອອກ ສປປ.​ເກົາຫຼີ. ນີ້​ແມ່ນ​ການ​ຊ້ອມ​ຮົບ​ຄັ້ງ​ທີ 2 ຂອງ​ກຳລັງ​ຍຸດ​ທະ​ສາດ KPA ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ການ​ນຳ Kim Jong Un ​ໃນ​ໄລຍະ 2 ອາທິດ​ຜ່ານ​ມາ ​ທັງ​ແມ່ນ​ການ​ຍິງ​ລູກ​ສອນ​ໄຟ ​ແລະ ປືນ​ໃຫຍ່​ຄັ້ງ​ທີ 13 ຂອງ​ປະ​ເທດ​ນີ້​ໃນ​ປີ 2014.

ຂ່າວ/ບົດ​ອື່ນ