ການນຳສປປ.ເກົາຫຼີKimJongUnເປັນຄັ້ງທຳອິດເວົ້າເຖິງເຫດການທົດລອງນິວເຄຼຍ

ການນຳສປປ.ເກົາຫຼີKimJongUnເປັນຄັ້ງທຳອິດເວົ້າເຖິງເຫດການທົດລອງນິວເຄຼຍ - ảnh 1
ການ​ນຳ ສປປ ​ເກົາຫຼີ Kim Jong Un
(ພາບ: YONHAP)


(vovworld) – ວັນ​ທີ 10/1, ສຳນັກ​ຂ່າວສານ​ສູນ​ການ ສປປ ​ເກົາຫຼີ (KCNA) ​ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ການ​ນຳ ສປປ ​ເກົາຫຼີ Kim Jong Un ຖະ​ແຫຼ​ງ​ເຫດການ​ທົດ​ລອງ​ນິວ​ເຄຼຍຂອງ​ພຽງຢາງ​ໃນ​ວັນ​ທີ 6/1 ຜ່ານ​ມາ​ແມ່ນ “ມາດ​ຕະການ​ປ້ອງ​ກັນ​ຕົວ” ຕໍ່ໜ້າ​ໄພ​ນາບ​ຂູ່​ສົງ​ຄາມ​ນິວ​ເຄຼຍຂອງ​ ອາ​ເມ​ລິ​ກາ. ນີ້​ແມ່ນ​ຖະ​ແຫຼ​ງການ​ທຳ​ອິດ​ຂອງ​ທ່ານ Kim Jong Un ກ່ຽວ​ກັບ​ເຫດ​ທົດ​ລອງ​ນິວ​ເຄຼຍຂອງ ສປປ ​ເກົາຫຼີ ​ເມື່ອ​ວັນ​ທີ 6/1.

        ຊຸມ​ມື້​ຜ່ານ​ມາ, ສື່​ມວນ​ຊົນ ​ແລະ ວົງ​ການ​ເຈົ້າ​ໜ້າ​ທ່ີ​ພຽງ​ຢາງ ​ໄດ້​ກ່າວ​ຫາ ອາ​ເມ​ລິ​ກາ ຜັນ​ຂະຫຍາຍ​ອາວຸດ​ນິວ​ເຄຼຍ​ໃນ​ແຫຼມ ​ເກົາຫຼີ. ​ເພື່ອ​ໂຕ້​ຕອບ, ອາ​ເມ​ລິ​ກາ ຢັ້ງຢືນ​ບໍ່​ມີ​ອາວຸດ​ນິວ​ເຄຼຍ​ໄດ້​ຕິດ​ຕັ້ງຢູ່ ສ. ​ເກົາຫຼີ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ວໍ​ຊິ​ງຕັນ ພວມ​ປຶກສາ​ຫາລື ກັບ ​ເຊີ​ອູ​ນ ກ່ຽວ​ກັບ​ການ​ຜັນ​ຂະຫຍາຍບັນດາ​ອາວຸດຍຸດ​ທະສາດ​ໃນ​ແຫຼມ ​ເກົາຫຼີ ພາຍຫຼັງ​ເຫດ​ທົດ​ລອງ​ນິວ​ເຄຼຍມໍ່ໆ​ມາ​ນີ້​ຂອງ ພຽງ​ຢາງ.


ຂ່າວ/ບົດ​ອື່ນ