ການນຳສປປ.ເກົາຫຼີຖະແຫຼງຄວາມສຳເລັດໃນການຫຍ້ໍຫົວລະເບີດນິວເຄຼຍໃຫ້ນ້ອຍລົງ

ການນຳສປປ.ເກົາຫຼີຖະແຫຼງຄວາມສຳເລັດໃນການຫຍ້ໍຫົວລະເບີດນິວເຄຼຍໃຫ້ນ້ອຍລົງ - ảnh 1
ການ​ນຳ​ສ​ປ​ປ.ເກົາ​ຫຼີ Kim Jong Un
(ພາບ: Reuters)


(vovworld) –​ ວັນ​ທີ 09/03, ການ​ນຳ​ສ​ປ​ປ.ເກົາ​ຫຼີ Kim Jong Un ຖະ​ແຫຼງວ່າ, ບັນ​ດານ​ັກ​ວິ​ທະ​ຍາ​ສາດ​ສ​ປ​ປ.ເກົາ​ຫຼີ ໄດ້​ຫຍໍ້​ຫົວ​ລະ​ເບີດ​ນິວ​ເຄຼຍ​ໃຫ້​ນ້ອຍ​ລົງ​​ເຊິ່ງ​ໄດ້​ຕິດ​ໃສ່​​ລູກ​ສອນ​ໄຟ​ນຳ​ວິ​ຖີສຳ​ເລັດ​ຜົນ. ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນ​ຮັບ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ, ທ່ານ Kim Jong Un ໃຫ້​ຮູ້​ວ່າ, ບັນ​ດາ​ຫົວ​ລະ​ເປີດ​ນິວ​ເຄຼຍໄດ້​ຜະ​ລິດ​ຕາມ​ມາດ​ຕະ​ຖານ​ເພື່ອ​ສາ​ມາດ​ຕິດ​ໃສ່ລູກ​ສອນ​ໄຟ​ນຳ​ວິ​ຖີ​. ນ​ີ້​ອາດ​ຈະ​ໄດ້​ຮັບ​ຖື​ວ່າ​ແມ່ນ​ການກ່າວ​ເຕືອນ​ນິວ​ເຄຼຍ​ຢ່າງ​ແທ້​ຈິງ. ໃນ​ຂະ​ນະ​ທີ່​ພຽງ​ຢ່າງ ຖະ​ແຫຼງ​ກ່ຽວ​ກັບ​ເລື່ອງ​ຫຍໍ້​ຫົວ​ລະ​ເບີດ​ນິວ​ເຄຼຍ​ໃຫ້​ນ້ອຍ​ລົງ​ສຳ​ເລັດ​ຜົນກ່ອນ​ໜ້ານັ້ນ, ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ທ່ານ Kim Jong Un ປະ​ກາດ​ບາດ​ກ້າວ​ບຸກ​ທ​ະ​ລຸ​ຢ່າງ​ຈະ​ແຈ້ງ. ບັນ​ດາ​ຄຳ​ວິ​ຈານ​ດັ່ງ​ກ່າວ​ຂອງ​ທ່ານ Kim Jong Un ຖືກ​ຍົກ​ອອກ​ມາ ພາຍ​ຫຼັງ​ຄະ​ນະ​ກຳ​ມະ​ການ​ປ້ອງກ​ັນ​ຊາດ​ຂອງປະ​ເທດນີ້​ນາບ​ຂູ່​ຈະ​ບຸກ​ໂຈມ​ຕີ​ໃສ່​ສ​.ເກົາ​ຫຼີ ແລະ ​ຜືນ​ແຜ່ນ​ດິນ​ອາ​ເມ​ລິ​ກາ ໃນ​ສະ​ພາບ​ທີ່ ເຊີ​ອຸ່ນ ແລະ ວ​ໍ​ຊິ​ຕັນ​ ເລີ່ມ​ຈັດ​ການ​ຊ້ອມ​ຮົບ​ຮ່ວມ​​ດ້ວຍ​ຂອບຂະ​ໜາດ​ໃຫຍ່ ພຽງ​ໜຶ່ງວັນ.

ຂ່າວ/ບົດ​ອື່ນ