ການນຳສປປ.ເກົາຫຼີອອກຄຳສັ່ງສືບຕໍ່ທົດລອງນິວເຄຼຍ

ການນຳສປປ.ເກົາຫຼີອອກຄຳສັ່ງສືບຕໍ່ທົດລອງນິວເຄຼຍ - ảnh 1
ທ່ານ ກີມຈົງ​ອຸນ ການ​ນຳ ສປປ.​ເກົາຫຼີ
(ພາບ: AP)

(vovworld) – ​​ ວັນ​ທີ 11/03, ສຳນັກ​ຂ່າວສານ​ສູນ​ກາງ ສປປ.​ເກົາຫຼີ (KCNA) ​ໄດ້​ໃຫ້ຂ່າວ​ວ່າ: ການ​ນຳ​ປະ​ເທດ​ນີ້ ທ່ານ ກີມຈົງ​ອຸນ ​ໄດ້​ອອກ​ຄຳ​ສັ່ງ​ສືບ​ຕໍ່​ດຳ​ເນີນ​ການ​ທົດ​ລອງ​ນິວ​ເຄຼຍ ທີ່​ນຳ​ໃຊ້ຫົວ​ລະ​ເບີດ ​ເຊິ່ງບັນດາ​ນັກວິທະຍາສາດ ສປປ.​ເກົາຫຼີ ​ໄດ້ຫຍໍ້​ຫົວ​ລະ​ເບີດ​ໃຫ້​ນ້ອຍ​ລົງ​ສຳ​ເລັດ​ຜົນ, ພ້ອມ​ທັງ​ຮຽກຮ້ອງ​ຕ້ອງການ​ພ້ອມ​ທຸກ​ວິທີ​ບຸກ​ໂຈມ​ຕີ​ນິວ​ເຄຼຍ. KCNA ຄັດ​ຄຳ​ເວົ້າຂອງ​ທ່ານ ກີມຈົງ​ອຸນ ​ເມື່ອສັງ​ເກດ​ເຫດ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ນຳ​ວິຖີ​ທີ່​ດຳ​ເນີນ​​ໃນ​ວັນ​ທີ 10/03 ​ໂດຍ​ເນັ້ນ​ໜັກ​ວ່າ: ສປປ.​ເກົາຫຼີ ຄວນ​ສືບ​ຕໍ່​ດຳ​ເນີນ​ບັນດາ​ເຫດ​ທົດ​ລອງ​ນິວ​ເຄຼຍ ​ເພື່​ອ​​ກຳນົດກຳລັງ​ທຳລາຍ​ຂອງ​ຫົວ​ລະ​ເບີດ​ນິວ​ເຄຼຍ​ໃໝ່​ນີ້ ​ແລະ ​ເພີ່ມ​ທະວີ​ຄວາມ​ສາມາດ​ບຸກ​ໂຈມ​ຕີ​ນິວ​ເຄຼຍ. ການ​ນຳ ສປປ.​ເກົາຫຼີ ຖື​ວ່າ: ປະ​ເທດ​ນີ້​ຕ້ອງ​ຍູ້​ໄວ​ເລື່ອງ​ພັດທະນາ​ອາວຸດ​ນິວ​ເຄຼຍ ​ແລະ ຫັນບັນດາ​ພາຫະນະ​ນຳ​ຫົວ​ລະ​ເບີດ​ນິວ​ເຄຼຍ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ​, ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ລະຫວ່າງ​ເລື່ອງ​ຄົ້ນຄວ້າ​ນິວ​ເຄຼຍກັບການ​ຄົ້ນຄວ້າ​ລູກ​ສອຍ​ໄຟ​ກ່ວາ​ອີກ.



ຂ່າວ/ບົດ​ອື່ນ