ການ​ນຳ​ສອງ​ປະ​ເທດ ອາ​ເມ​ລິ​ກາ - ສ​ປ​ປ.ເກົາຫຼີ ອາດ​ຈະ ພົບ​ປະ​ກັນ​ອີກໃນ​ຊຸມ​ເດືອນ​ຈະ​ມາ​ເຖິງ

(VOVWORLD) - ທ່ານ Donald Trump ກໍ່ຍັງບໍ່ທັນສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ຈະສືບຕໍ່ພົບປະກັບການນຳ ສປປ.ເກົາຫຼີ ແລະ ຈະຍົກເລີກແຜນການເພີ່ມການລົງໂທດ ຕໍ່ ສປປ.ເກົາຫຼີ ເມື່ອເດືອນທີ່ຜ່ານມາ.
ການ​ນຳ​ສອງ​ປະ​ເທດ ອາ​ເມ​ລິ​ກາ - ສ​ປ​ປ.ເກົາຫຼີ ອາດ​ຈະ ພົບ​ປະ​ກັນ​ອີກໃນ​ຊຸມ​ເດືອນ​ຈະ​ມາ​ເຖິງ - ảnh 1ທ່ານ Donald Trump ປະທານາທິບໍດີ ອາເມລິກາ ແລະ ທ່ານ Kim Jong – un ການນຳ ສປປ.ເກົາຫຼີ (ພາບ: AFP)

ວັນທີ 1 ເມສາ, ທ່ານ Mike Pompeo ລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ສະແດງຄວາມຫວັງວ່າ ທ່ານ Kim Jong – un ການນຳ ສປປ.ເກົາຫຼີ ແລະ ທ່ານ Donald Trump ປະທານາທິບໍດີ ອາເມລິກາ ຈະພົບປະກັນ ໃນຊຸມເດືອນທີ່ຈະເຖິງ. ໃນການຕອບສຳພາດຕໍ່ວິທະຍຸກະຈາຍສຽງ WHP 580 ທີ່ໄດ້ອອກອາກາດໃນວັນທີ 1 ເມສາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ: ຍາກທີ່ຈະຮູ້ໄດ້ວັນເວລາຊັດເຈນທີ່ຈະດຳເນີນກອງປະຊຸມສຸດຍອດ ລະຫວ່າງ ອາເມລິຫາ - ສປປ.ເກົາຫຼີ  ຄັ້ງທີ 3 ແຕ່ທ່ານຢັ້ງຢືນວ່າ ເລື່ອງແກ້ໄຂບັນຫານິວເຄຼຍ ຂອງ ສປປ.ເກົາຫຼີ ຍິ່ງໄວກໍ່ຍິ່ງດີເພາະຈະນຳມາເຊິ່ງຜົນປະໂຫຍດທີ່ດີທີ່ສຸດໃຫ້ແກ່ ອາເມລິກາ. ທ່ານ Pompeo ສະແດງຄວາມຫວັງວ່າ ການນຳສອງປະເທດ ອາເມລິກາ - ສປປ.ເກົາຫຼີ ອາດຈະບັນລຸໄດ້ບາດກ້າວທີ່ສຳຄັນທຳອິດ ຫຼື ເປັນບາດກ້າວເດີນຕໍ່ໄປອັນໃຫຍ່ຫຼວງໃນວິວັດການປອດນິວເຄຼຍ. ຫຼັງຈາກນັ້ນ, ຮອດຕອນສຸດທ້າຍ, ເປົ້າໝາຍປອດນິວເຄຼຍຢູ່ແຫຼມເກົາຫຼີ ຢ່າງສິ້ນເຊິງ ຈະໄດ້ຮັບການປະຕິບັດ ແລະ ນຳມາເຊິ່ງອະນາຄົດທີ່ສົດໃສກ່ວາໃຫ້ແກ່ປະຊາຊົນ ສປປ.ເກົາຫຼີ.

ກອງປະຊຸມສຸດຍອດຄັ້ງທີ 2 ກໍ່ໄດ້ດຳເນີນຢູ່ ຮ່າໂນ້ຍ ເມື່ອເດືອນ ກຸມພາ ທີ່ຜ່ານມາແຕ່ບໍ່ມີຂໍ້ຕົກລົງໃດໆທີ່ໄດ້ຮັບການລົງນາມ. ເຖິງຢ່າງໃດກໍ່ຕາມ, ທ່ານ Donald Trump ກໍ່ຍັງບໍ່ທັນສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ຈະສືບຕໍ່ພົບປະກັບການນຳ ສປປ.ເກົາຫຼີ ແລະ ຈະຍົກເລີກແຜນການເພີ່ມການລົງໂທດ ຕໍ່ ສປປ.ເກົາຫຼີ ເມື່ອເດືອນທີ່ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ