ການນຳສະຖານທູດ ຫວຽດນາມ ໄປຢ້ຽມຢາມ, ອວຍພອນບຸນເຕັດບັນດານາຍທະຫານທີ່ພວມປະຕິບັດໜ້າທີ່ພິເສດຢູ່ ລາວ

(VOVWORLD) -ຕອນບ່າຍວັນທີ2 ກຸມພາ, ຄະນະການນຳຂອງສະຖານທູດ ຫວຽດນາມ ປະຈຳ ລາວ ແລະ ຄະນະທູດທະຫານຂອງ ຫວຽດນາມ ຢູ່ ລາວ ໄດ້ໄປຢ້ຽມຢາມ ແລະ ອວຍພອນບຸນເຕັດ ການນຳ, ຜູ້ບັນຊາການ, ແລະ ພະນັກງານ ຂອງ ພົນລະພາກຫຼວງ11 ຂຶ້ນກັບ ກະຊວງປ້ອງກັນປະເທດ ຫວຽດນາມ ທີ່ພວມກໍ່ສ້າງໂຄງການຫໍສະພາແຫ່ງຊາດໃໝ່ຂອງ ລາວ
ການນຳສະຖານທູດ ຫວຽດນາມ ໄປຢ້ຽມຢາມ, ອວຍພອນບຸນເຕັດບັນດານາຍທະຫານທີ່ພວມປະຕິບັດໜ້າທີ່ພິເສດຢູ່ ລາວ - ảnh 1 ການນຳສະຖານທູດ ຫວຽດນາມ ໄປຢ້ຽມຢາມ, ອວຍພອນບຸນເຕັດບັນດານາຍທະຫານທີ່ພວມປະຕິບັດໜ້າທີ່ພິເສດຢູ່ ລາວ

ໂຄງການນີ້ມີຄວາມໝາຍສຳຄັນພິເສດທາງດ້ານການເມືອງໂດຍເປັນຂອງຂັວນຂອງພັກ, ລັດ, ປະຊາຊົນ ຫວຽດນາມ ມອບໃຫ້ ພັກ, ລັດ, ປະຊາຊົນ ລາວ.

        ໂຄງການນີ້ມີເນີ້ອທີ່ໜ້າພຽງ 23.400 ຕາລາງແມັດ, ຕັ້ງຢູ່ຂ້າງ ທາດຫຼວງ, ເຊິ່ງເປັນໂຄງການພຸດທະສາສະໜາໃຫຍ່ທີສຸດຂອງ ລາວ ແລະ ເປັນສັນຍາລັກແຫ່ງຄວາມສາມັກຄີ ແລະ ຄວາມວັດທະນາຖາວອນຂອງປະເທດດອກຈຳປາທີ່ສວຍງາມ.

ຕອບກັບ

ຂ່າວ/ບົດ​ອື່ນ